(VOVWORLD) -ວັນທີ 27 ມີນາ, ລັດຖະບານສ່ວນໜ້ອຍຂອງທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis ໄດ້ເຫັນດີຕໍ່ການນຳຂໍ້ສະເໜີຮ່າງກົດໝາຍສະບັບໃໝ່ ກ່ຽວກັບການລົງປະຊາມະຕິ
ທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis
(ພາບ: AFP/TTXVN)
|
ເພື່ອແນໃສ່ສ້າງບັນດາຂໍ້ກຳນົດໃໝ່ໃຫ້ຮັດກຸມກວ່າເກົ່າ ຖ້າຢາກດຳເນີນການປ່ອນບັດທີ່ກ່ຽວຂ້ອງເຖິງເລື່ອງເຊັກໂກ ຖອນຕົວອອກຈາກສະຫະພາບເອີລົບ (EU).
ຕາມນັ້ນແລ້ວ, ຮ່າງກົດໝາຍກຳນົດວ່າ ເພື່ອສາມາດດຳເນີນການລົງປະຊາມະຕິຢູ່ສ.ເຊັກໂກ, ອົງການລິເລີ່ມຄວນໄດ້ຮັບລາຍເຊັນຢ່າງໜ້ອຍສຸດແມ່ນ 850.000 ລາຍເຊັນ ແລະ ທຸກບັນຫາເພື່ອໄດ້ຮັບການຮັບຮອງເອົາໃນການລົງປະຊາມະຕິ ຕ້ອງຍາດໄດ້ການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຢ່າງພຽງພໍໄປປ່ອນບັດກວ່າເຄິ່ງໜຶ່ງ.
ຮ່າງກົດໝາຍດັ່ງກ່າວຖືກຍື່ນສະເໜີສົ່ງຕໍ່ສະພາແຫ່ງຊາດເພື່ອໃຫ້ບັນດາສະມາຊິກລັດຖະສະພາປຶກສາຫາລື.