(vovworld) – ຕອນເຊົ້າວັນທີ 05/06, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ ກາງສະໄໝ 2014 ດ້ວຍຫົວຂໍ້ວ່າ “ຈາກໂຄງການເຖິງການກະທຳ - ກະກຽມໃຫ້ແກ່ບັນດາສັນຍາການຄ້າໃໝ່”. ເວທີປາໄສຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລືບາງຫົວຂໍ້ສຳຄັນກ່ຽວກັບການລົງທຶນ ແລະ ການຄ້າ, ພາສີອາກອນ, ຄົນງານ ແລະ ວຽກເຮັດງານທຳ.
ກໍ່ທີ່ເວທີໄປໄສ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ພວມສ້າງແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ (2016 - 2020), ໃນນັ້ນ, ຫວຽດນາມ ຢືດໝັ້ນ ແລະ ຕັດສິນໃຈສ້າງປະເທດສັງຄົມນິຍົມ, ສັນຕິພາບ, ເອກະລາດ, ເສລີພາບ, ເປັນເຈົ້າຕົນເອງ, ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີລິໄລຢ່າງສະເໝີຕົ້ນສະເໝີປາຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນວ່າ:
“ໃນການສ້າງໂຄງປະກອບພື້ນຖານເສດຖະກິດ, ຫວຽດນາມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອພັດທະນາວິສາຫະກິດເອກະຊົນ, ພວກຂ້າພະເຈົ້າຖືວ່າ ນີ້ແມ່ນກຳລັງໜູນທີ່ສຳຄັນໃຫ້ແກ່ການພັດທະນາເສດຖະກິດຫວຽດນາມ, ທັງພັດທະນາ, ທັງຍົກສູງກຳລັງແກ່ງແຍ້ງ, ພັດທະນາວິສາຫະກິດພາກເອກະຊົນຢ່າງແຮງ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ພວກຂ້າພະເຈົ້າກໍ່ຈະສ້າງທຸກເງື່ອນໄຂເພື່ອດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນ, ທຳການຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ. ລັດຖະບານຫວຽດນາມ ພວມສຸມກຳລັງເພື່ອທັງສືບຕໍ່ຍາດເອົາແຫຼ່ງກຳລັງທີ່ເໝາະສົມ, ທັງປະຕິບັດກົນໄກການຕະຫຼາດເພື່ອຍູ້ໄວການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ຂອງວິສາຫະກິດ“
ຫວຽດນາມ ໃຫ້ຄຳໝັ້ນສັນຍາ ສືບຕໍ່ນຳພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ໄປຄຽງຄູ່ກັບກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ. ທ່ານນາຍົດລັດຖະມົນຕີ ຊີ້ແຈ້ງວ່າ, ຫວຽດນາມ ມີແຜນນະໂຍບາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຕັ້ງໜ້າຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ, ພ້ອມທັງ, ສ້າງສະພາບແວດລ້ອມຢ່າງສະດວກເພື່ອໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນຕ່າງປະເທດ ມີກາລະໂອກາດຕື່ມອີກໃນລົງທຶນດຳເນີນທຸລະກິດ, ເຂົ້າຮ່ວມວິວັດການສ້າງພື້ນຖານເສດຖະກິດຂອງຫວຽດນາມ ຄືນໃໝ່.