ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: epa)
(vovworld) - ວັນທີ 10/10 ລັດຖະບານ ອັງກິດ ປະກາດວ່າ ຈະບໍ່ເຫັນດີຕໍ່ເລື່ອງຈັດຕັ້ງການປ່ອນບັດຄັ້ງທີ 2 ຢູ່ສະພາແຫ່ງຊາດປະເທດນີ້ກ່ຽວກັບເລື່ອງ ລອນດອນ ອອກຈາກສະຫະພາບ ເອີລົບ (Brexit). ນອກນັ້ນ, ບັນດາສະມາຊິກລັດຖະສະພາຈະມີບົດບາດໃນການພິຈາລະນາວິວັດການ Brexit ໂດຍລະອຽດ. ເມື່ອຕອບສຳພາດຕໍ່ວົງການນັກຂ່າວ ໂຄສົກຂອງນາຍົກລັດຖະມົນຕີ ອັງກິດ Theresa May ຊີ້ແຈ້ງວ່າ: ສະພາແຫ່ງຊາດ ອັງກິດ ຈະໂຕ້ເວທີ ຢ່າງແນ່ນອນ ແລະ ພິຈາລະນາວິວັດການ Brexit ຢ່າງລະອຽດ ເມື່ອມັນດຳເນີນໄປ, ສິ່ງດັ່ງກ່າວແມ່ນຈຳເປັນທີ່ສຸດ ແລະ ຖືກຕ້ອງ. ເຖິງຢ່າງໃດກໍ່ຕາມ ຕາມໂຄສົກດັ່ງກ່າວແລ້ວ ເລື່ອງຈັດຕັ້ງການປ່ອນບັດຄັ້ງທີ 2 ຫຼື ການປ່ອນບັດເພື່ອພິຈາລະນາຄວາມມຸ່ງຫວັງຂອງປະຊາຊົນຊາວ ອັງກິດ ແມ່ນບາດກ້າວທີ່ບໍ່ສາມາດຮັບຮອງໄດ້.
ແລະໃນວັນດຽວກັນ, ທ່ານລັດຖະມົນຕີ Brexit David Davis ຢືນຢັນວ່າ: ລັດຖະບານ ອັງກິດ ຈະປະຕິເສດທຸກຄວາມຕັ້ງໃຈ ເພື່ອແນໃສ່ເມີນເສີຍຕໍ່ໝາກຜົນແຫ່ງການລົງປະຊາມະຕິກ່ຽວກັບ Brexit ຫຼື ໂຈ້ະວິວັດການອອກຈາກສະຫະພາບ ເອີລົບ ໄວ້ ແຕ່ບໍ່ມີເຫດຜົນອັນຊອບທຳ.