ລັດຖະບານໜູນຊ່ວຍ 4 ແຂວງພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກໄພນ້ຳຖ້ວມ

ລັດຖະບານໜູນຊ່ວຍ 4 ແຂວງພາກກາງ  ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກໄພນ້ຳຖ້ວມ - ảnh 1
ພາບ: ໄພນ້ຳຖ້ວມເມືອເດືອນ 11 ຜ່ານມາໄດ້
ສົ່ງຜົນສະທ້ອນຢ່າງໜັກໜ່ວງ ເຖິງບັນດາແຂວງພາກກາງ

ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ໜູນ​ຊ່ວຍ 55 ຕື້​ດົ່ງ ​ແລະ ​ເຂົ້າສານ 3 ພັນ 100 ​ໂຕນ​ໃຫ້​ແກ່ 4 ​ແຂວງຄື: ​ເທື່ອ​ທຽນ​ເວ້, ກ໋ວາງ​ນາມ, ກ໋ວາງ​ຫງາຍ ​ແລະ ບິນ​ດິ້ງ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ໄພນ້ຳ​ຖ້ວມ​ເມື່ອ​ເດືອນ ພະຈິກ ທີ່​ຜ່ານ​ມາ. ຈຳນວນ​ເງິນ 55 ຕື້​ດົ່ງ​ນີ້​ແມ່ນ ​ໄດ້​ຫັກ​ຈາກ​ແຫລ່ງ​ງົບປະມານ​​ແຮ່ສູນ​ກາງ ປີ 2011 ​ແລະ ​ສະ​ໜອງເຂົ້າສານ 3 ພັນ 100 ​ໂຕນ​​ໂດຍບໍ່​ເກັບ​ເງິນ​ຈາກ​ແຫຼ່ງ​ເຂົ້າສະ​ສົມ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ທ້ອງ​ຖິ່ນ​ຕ່າງໆ ຟື້ນ​ຟູ​ດ້ານ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​​ເປັນ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ກັບ​ຄືນ​ສູ່​ສະພາບ​ການ​ປົກກະຕິ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ