ລັດຖະມົນຕີກະຊວງຍຸຕິທຳ ໂອ້ລົມສົນທະນາໂດຍກົງ ຜ່ານເຄືອຂ່າຍອິນເຕີແນດ ກັບປະຊາຊົນ

ລັດຖະມົນຕີກະຊວງຍຸຕິທຳ  ໂອ້ລົມສົນທະນາໂດຍກົງ   ຜ່ານເຄືອຂ່າຍອິນເຕີແນດ ກັບປະຊາຊົນ - ảnh 1
ທ່ານ Ha Hung Cuong ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ(ເບື້ອງຂວາ)
ພາບ:chinhphudientu.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 24/7, ທ່ານ Ha Hung Cuong ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ໄດ້​ໂອ້​ລົ​ມສົນທະນາ​ໂດຍ​ກົງ​ຜ່າ​ນ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດກັບ​ປະຊາຊົນ​ຢູ່​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກລັດຖະບານ. ການ​ໂອ້​ລົມ​ສົນທະນາ​ຈະ​ແກ້​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ກ່ຽວ​ກັບ​ບັນຫາ​ຕ່າງ​ໆ​ໃນ​ຂົງ​ເຂດ​ທີ່​ຂຶ້ນ​ກັບ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດ; ​ເຜີ​ຍ​ແຜ່, ສຶກສາ​ດ້ານກົດໝາຍ, ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ສຳລັບ​ຄະດີ​​ແພ່ງ; ບໍລິຫານ​ຕຸລາການ; ຫນູນ​ຊ່ວຍ​ດ້ານ​ຕຸລາການ ​ແລະ ວຽກ​ງານ​ຕຸລາການ​ອື່ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ການ​ໂອ້​ລົມ​ສົນທະນາ​ເພື່ອ​ປະຕິບັດ​ການຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ Nguyen Tan Dung ກ່ຽວ​ກັບ​ເລື່ອງ ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດ ກັບ​ປະຊາຊົນ, ປ​ະກອບ​ສ່ວນ​ກຳນົດ​ທິດ​ຫາງ​ສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ວຽກ​ງານ​ປະຕິບັດ​ແຜນ​ນະ​ໂຍບາຍ ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ ຂອງລັດ. ​

 

ຂ່າວ/ບົດ​ອື່ນ