ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ-ອາຊຽນ
ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງ
ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 26/08, ຢູ່ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ - ອາຊຽນ ໂດຍທ່ານ Michael Michalak, ອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ, ປະຈຸບັນ, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ພວມມີບາດກ້າວພັດທະນາຢ່າງດີງາມໃນທຸກຂົງເຂດ. ທ່ານລັດຖະມົນຕີ ໂຕເລີມ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງອາເມລິກາ ກວ່າອີກ; ພ້ອມທັງຮັບປະກັນສະພາບແວດລ້ອມແຫ່ງການລົງທຶນສະດວກທີ່ສຸດ ເພື່ອໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ, ບັນດາວິສາຫະກິດອາເມລິກາ ເວົ້າສະເພາະ ພັດທະນາຢ່າງປອດໄສ, ບັນລຸປະສິດທິຜົນສູງສຸດຢູ່ຫວຽດນາມ. ນອກຈາກບັນດາຂົງເຂດຮ່ວມມືທີ່ພວມປະຕິບັດແລ້ວ, ກະຊວງຕຳຫຼວດ ປາດຖະໜາວ່າ, 2 ຝ່າຍຈະພັດທະນາການຮ່ວມມືດ້ານເຕັກນິກ, ມອບສົ່ງເຕັກໂນໂລຊີ, ໃຫ້ຄຳປຶກສາດ້ານເຕັກນິກ, ຮັບໃຊ້ວຽກງານປ້ອງກັນ, ຕ້ານອາດຊະຍາກຳ… ສ່ວນທ່ານ Michael Michalak ສະແດງຄວາມຕັດສິນໃຈເປີດກວ້າງການລົງທຶນ ແລະ ພັດທະນາຢ່າງຍາວນານຢູ່ຫວຽດນາມ ໃນໄລຍະຈະມາເຖິງ.