ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະອົດສະຕາລີປະຈຳຫວຽດນາມ
ພົນໂທ ໂຕເລີມ ແລະ ທ່ານ Hugh Borrowman ແລະ ບັນດາຜູ້ແທນ
(ພາບ: cand.com.vn)
(vovworld) – ທີ່ການຕ້ອນຮັບທ່ານ Ted Osius, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 18/5, ຢູ່ ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ສະແດງຄວາມເບີກບານມ່ວນຊື່ນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ອາເມລິກາ ໃນໄລຍະຜ່ານມາໃນຂົງເຂດຕ່າງໆຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ໄດ້ຮັບການເພີ່ມທະວີ, ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນັ້ນ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການກ່ຽວຂ້ອງຂອງ ອາເມລິກາ ກໍ່ມີຫຼາຍບາດກ້າວຕັ້ງໜ້າ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ…
ທີ່ການຕ້ອນຮັບທ່ານ Hugh Borrowman, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ, ໃນຕອນຄຳ່ວັນທີ 18/5, ຢູ່ ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ປາດຖະໜາວ່າ: ພາຍຫຼັງສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານ Hugh Borrowman ກໍ່ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍ ອົດສະຕາລີ ເວົ້າສະເພາະ. ພົນໂທ ໂຕເລີມ ຢັ້ງຢືນວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການປະຕິບັດກົດໝາຍຂອງອົດສະຕາລີ, ຍູ້ແຮງການເຄື່ອນໄຫວຮ່ວມມືລະຫວ່າງ 2 ຝ່າຍກ່ວາອີກ, ສ້າງສະພາບແວດລ້ອມເປັນປົກກະຕິໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງນຳການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີຂຶ້ນສູ່ລະດັບສູງໃໝ່.