ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາຜົນຂອງການຢ້ຽມຢາມ ລັດເຊຍ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາຜົນຂອງການຢ້ຽມຢາມ ລັດເຊຍ - ảnh 1
ການເຈລະຈາລະຫວ່າງກະຊວງປ້ອງກັນປະເທດລັດເຊຍ ແລະ ຫວຽດນາມ ເມື່ອວັນທີ7/8
(ພາບ: qdnd.vn)

(vovworld) – ​ເນື່ອງ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ ລັດ​ເຊຍ, ວັນ​ທີ 9/8, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ​ ​ໄດ້​ຕອບ​ສຳພາດ​ຕໍ່ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ ປະຈຳ ລັດ​ເຊຍ ​ກ່ຽວ​ກັບ​ໝາກຜົນຂອງ​ການ​ຢ້ຽມຢາມ ​ແລະ ການ​ພົວພັນ​ຮ່ວມ​ມື​ດ້ານ​ເຕັກນິກ, ການ​ທະຫານ ຫວຽດນາມ - ລັດ​ເຊຍ. ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ​ໃຫ້​ຮູ້​ວ່າ 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ໃນ​ນັ້ນ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ - ການ​ທະຫານ ​ແລະ ປ້ອງ​ກັນຊາ​ດມີ​ບາດ​ກ້າວພັດທະນາ​ທັງ​ຢ່າງ​ເລິກ​ເຊິ່ງ ​ແລະ ​ກ້ວາງຂວາງ. ການ​ຢ້ຽມຢາມ ລັດ​ເຊຍ ຂອງ​ຄະນະ​ໃນ​ຄັ້ງ​ນີ້​ກ່ອນ​ອື່ນ​ໝົດ​ເພື່ອ​​ແນ​ໃສ່​ປະຕິບັດ​ບັນດາ​ຂໍ້​ຕົ​ກລົງ​ຂັ້ນ​ສູງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ 2 ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ປ້ອງກັນຊາ​ດ ​ແລະ ​ເຕັກ​ນິກ - ການ​ທະຫານ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນຕໍ່​ທັດສະນະ​ຕີ​ລາຄາ​ຄວາມ​ສຳຄັນ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ນັບ​ມື້​ນັບ​ເລິ​ກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກສາ​ສັນຕິພາບ​ໃນ​ພາກ​ພື້ນ. 2 ຝ່າຍ​ໄດ້​ເຫັນ​ດີ​​ເຫັນ​ພ້ອມ​ກັບ​ບັນດາ​ສັນຍາ​ຊື້​ອາວຸດ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢູ່​ແລ້ວ, ລັດ​ເຊຍ ຮັບປະກັນ​ຄຸນ​ນະພາ​ບ, ລາຄາ​​ເໝາະ​ສົມ ​ແລະ ມີ​ບຸລິ​ມະ​ສິດ​ສຳລັບ ຫວຽດນາມ, ຮັບປະກັນ​ການ​ສ້ອມແປງ, ສະໜອງ​ວັດຖຸ​ອຸປະກອນ​ເຄື່ອງ​ອາ​ໄຫຼ່.​


ຂ່າວ/ບົດ​ອື່ນ