ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢັ້ງຢືນຄໍາໝັ້ນສັນຍາກັບ NATO

(VOVWORLD) -ການກະທໍາຂອງ ອາເມລິກາ ຊີ້ໃຫ້ເຫັນວ່າ ຄໍາໝັ້ນສັນຍາຂອງ ວໍຊິງຕັນ ກັບ ສໍາພັນທະມິດກການທະຫານຂ້າມ ອັດລັງຕິກເໜືອ ຍັງຢຶດໝັ້້ນຢູ່
ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢັ້ງຢືນຄໍາໝັ້ນສັນຍາກັບ NATO  - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Jim Mattis (ພາບ:AP)

ວັນທີ 02 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Jim Mattis  ໄດ້ຢັ້ງຢືນວ່າ ວໍຊິງຕັນ ຍັງຄົງຢຶດໝັ້ນ ຕໍ່ບັນດາຄໍາໝັ້ນສັນຍາ ທີ່ໃຫ້ກັບອົງການສົນທິສັນຍາອັດລັງຕິກເໜືອ (NATO), ເຊິ່ງເປັນການກະທໍາ ແນໃສ່ປອບໃຈບັນດາປະເທດພັນທະມິດເອີຣົບ ທີ່ຮູ້ສຶກວ່າຂາດຄວາມບໍ່ສະຫງົບຕໍ່ຄໍາກ່າວປາໄສຂອງທ່ານປະທານາທິບໍດີ Donald Trump.  ກ່າວຄໍາເຫັນທີ່ການປະຊຸມຂ່າວ ທີ່ນະຄອນຫຼວງ ປາຣີ, ທ່ານ Mattis  ໄດ້ເນັ້ນໜັກວ່າ ການກະທໍາ ໄດ້ສະແດງໃຫ້ເຫັນທັງໝົດ ແລະ ບັນດາການກະທໍາຂອງ ອາເມລິກາ ຊີ້ໃຫ້ເຫັນວ່າ ຄໍາໝັ້ນສັນຍາຂອງ ວໍຊິງຕັນ ກັບ ສໍາພັນທະມິດການທະຫານຂ້າມ ອັດລັງຕິກເໜືອ ຍັງຢຶດໝັ້້ນຢູ່. ທ່ານ Mattis   ຊີ້ແຈ້ງວ່າ ບັນດາສະມາຊິກລັດຖະສະພາບໍ່ຫຼຸດຜ່ອນ ລາຍຈ່າຍດ້ານທະຫານທີ່ສະຫງວນໃຫ້ ເອີຣົບ, ແທນທີ່ນັ້ນ ພວມຮັກສາຄໍາໝັ້ນສັນຍາລະຫວ່າງ ອາເມລິກາ - NATO ຢູ່່ໃນລະດັບສູງສຸດ ນັບແຕ່ເມື່ອ ກໍາແພງ Berlin ຖືກພັງລະລາຍລົງໃນປີ 1989.


ຕອບກັບ

ຂ່າວ/ບົດ​ອື່ນ