ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ເຂົ້າຮ່ວມພິທີໄຂເວທີປາໄສ ຊຽນຊັງ ປັກກິ່ງ ຄັ້ງທີ 8

(VOVWORLD) - ພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສຄັ້ງນີ້.
ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ເຂົ້າຮ່ວມພິທີໄຂເວທີປາໄສ  ຊຽນຊັງ ປັກກິ່ງ ຄັ້ງທີ 8 - ảnh 1ທ່ານ ພົນເອກ ໂງຊວນລິກ ກ່າວຄຳເຫັນທີ່ພິທີໄຂ

ເວທີປາໄສ ຊຽນຊັງ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ສ້າງການພົວພັນຄູ່ຮ່ວມມືຄວາມໝັ້ນຄົງແບບໃໝ່ສະເໝີພາບ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືພ້ອມກັນມີໄຊຊະນະ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ຕຸລາ, ຢູ່ຫໍປະຊຸມສາກົນ ປັກກິ່ງ (ປະເທດຈີນ). ໃນຈົດໝາຍຝາກເຖິງເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈີນ ຢຶດໝັ້ນເສັ້ນທາງພັດທະນາສັນຕິພາບ, ກຽມພ້ອມຮ່ວມມືດ້ານຄວາມໝັ້ນຄົງກັບທຸກໆປະເທດເພື່ອຈຸດໝາຍພ້ອມກັນມີໄຊຊະນະ. ທີ່ວາລະໄຂ, ທ່ານພົນໂທ ເວີ້ຍເຟີ້ງເຫີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໃຫ້ຮູ້ວ່າ ປະເທດຈີນ ປາດຖະໜາຢາກ ສ້າງໂຄງປະກອບຄວາມໝັ້ນຄົງຢູ່ພາກພື້ນເຊິ່ງທຸກໆປະເທດລ້ວນແຕ່ຍອມຮັບໄດ້.

        ພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສຄັ້ງນີ້. ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 1 ກ່ຽວກັບຫົວຂໍ້ການຮ່ວມມືບໍລິຫານຄວາມໝັ້ນຄົງສາກົນ, ທ່ານລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ: ບັນດາປະເທດ ອາຊຽນ ຖືການຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບຈີນ ແມ່ນຫຼັກໝັ້ນລວມ, ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ຕາມພົນເອກ ໂງຊວນລິກ ແລ້ວ, ໜຶ່ງໃນບັນດາຜົນສຳເລັດຂອງ ອາຊຽນ ແມ່ນພ້ອມກັບຈີນ ຮັບຮອງເອົາຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ພວມຕັ້ງໜ້າເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີທາງການບິນ ແລະ ການເດີນເຮືອຢູ່ເຂດທະເລມີຄວາມສຳຄັນແຖວໜ້າຕໍ່ການຄ້າໂລກ.

        ສຳລັບບັນຫາຢູ່ທະເລ, ຫວຽດນາມ ມີແຜນນະໂຍບາຍຢຶດໝັ້ນ, ເດັດດ່ຽວແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນດ້ວຍມາດຕະການສັນຕິພາບບົນພື້ນຖານກົດໝາຍສາກົນ, ເຄົາລົບຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ; ຮັບປະກັນຜົນປະໂຫຍດຂອງສອງປະເທດ, ພ້ອມທັງເຄົາລົບຜົນປະໂຫຍດເປັນທຳຂອງທຸກໆປະເທດອື່ນ…

        ໂດຍໄດ້ຮັບການຈັດຕັ້ງແຕ່ວັນທີ 24 – 26 ຕຸລາ, ເວທີປາໄສ ຊຽນຊັງ ປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງເຈົ້າໜ້າທີ່ກອງທັບ, ນັກຊ່ຽວຊານ, ນັກຮຽນຮູ້ ກ່ວາ 500 ທ່ານທີ່ມາຈາກ 74 ປະເທດ ແລະ ບັນດາອົງການຈັດຕັ້ງໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ