ລັດຖະມົນຕີກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນໂອ້ລົມສົນທະນາໂດຍກົງ
ທ່ານນາງລັດຖະມົນຕີກະຊວງ
ສາທາລະນະສຸກ ຫງວຽນທິກິມຕ໋ຽນ
( ພາບ: hanoimoi.com.vn )
|
( vovworld ) - ວັນທີ 16/3, ຢູ່ປະຕູ້ຖານຂໍ້ມູນເອເລກໂຕນິກລັດຖະບານ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ ມີການໂອ້ລົມສົນທະນາໂດຍກົງຜ່ານເຄື່ອຂ່າຍອີນເຕີແນດກັບປະຊາຊົນ, ກ່ຽວກັບບັນດາບັນຫາເຊິ່ງທັງສອງກະຊວງພວມຄຸ້ມຄອງໂດຍກົງ. ກ່ຽວກັບທາງດ້ານສາທາລະນະສຸກ, ການໂອ້ລົມສົນທະນາເພື່ອແນໃສ່ເຮັດແຈງຄວາມຕ້ອງການ, ເນື້ອໃນ ແລະ ລະດັບປັບລາຄາການບໍລິການສາທາລະນະສຸກ, ນະໂຍບາຍໜູນຊ່ວຍບັນດາເປົ້າໝາຍໃນນະໂຍບາຍ ແລະ ໜູນຊ່ວຍຜູ້ທຸກຍາກກວດ ແລະ ປິ່ນປົວພະຍາດ, ຜົນປະໂຫຍດເມື່ອເຂົ້າຮ່ວມການປະກັນສຸຂະພາບ… ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ ໄດ້ຕອບບັນດາຄຳຖາມເຊິ່ງກ່ຽວຂ້ອງເຖິງບັນຫາສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສະພາບປະຕິບັດມະຕິຂອງລັດຖະບານກ່ຽວກັບການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງການລົງທຶນຕ່າງປະເທດ, ການພັດທະນາຂອງບັນດາພາກສ່ວນເສດຖະກິດ, ປະສິດທິຜົນຂອງການນຳໃຊ້ແຫຼ່ງທຶນ ODA… ການໂອ້ລົມສົນທະນາຂອງລັດຖະມົນຕີທັງສອງທ່ານ ເພື່ອແນໃສ່ປະຕິບັດຄຳສັ່ງຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີການແລກປ່ຽນໂດຍກົງຜ່ານເຄື່ອຂ່າຍອີນເຕີແນດຢູ່ປະຕູຖານຂໍ້ມູນເອເລກໂຕນິກລັດຖະບານ, ປະກອບສ່ວນກຳນົດທິດຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.