(vovworld) - ວັນທີ 07/03, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ໄປເຖິງ ຈໍແດນ ເພື່ອເຈລະຈາກັບພະບາດສົມເດັດພະເຈົ້າມະຫາຊີວິດ Abdullah II ກ່ຽວກັບວິວັດການເຈລະຈາສັນຕິພາບລະຫວ່າງອິດສຣາແອນ ແລະ ປາແລດສຕິນ. ຈໍແດນ ສວມບົດບາດສຳຄັນທີ່ມີຕໍ່ການເຈລະຈາສັນຕິພາບເຂດຕາເວັນອອກກາງ ຍ້ອນນີ້ແມ່ນໜຶ່ງໃນຈຳນວນ 2 ປະເທດລົງນາມສັນຍາສັນຕິພາບກັບອິດສຣາແອນ. ເປົ້າໝາຍຂອງທ່ານ John Kerry ແມ່ນຊອກຫາວິທີແກ່ຍາວກຳນົດເວລາໃຫ້ວິວັດທະນາການເຈລະຈາສັນຕິພາບລະຫວ່າງອິດສຣາແອນ - ປາແລດສຕິນ ພາຍຫຼັງວັນທີ 29/04. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງອິດສຣາແອນ ແລະ ປາແລດສຕິນ ແມ່ນໜ້າທີ່ຫຍຸ້ງຍາກສຳລັບທ່ານ John Kerry ໃນສະພາບທີ່ຄວາມເຄັ່ງຕຶງລະຫວ່າງ 2 ປະເທດ ພວມປິນຂັ້ນໃດ ພາຍຫຼັງຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netanyaho ທີ່ຮຽກຮ້ອງປະທານາທິບໍດີປາແລດສຕິນ Mahmud Abbas ຮັບຮູ້ລັດຊາວຢີວ ແລະ ປະລະຄວາມຮຽກຮ້ອງໃຫ້ຊາວອົບພະຍົບຢູ່ປາແລດສຕິນ ກັບເມືອ ອິດສຣາແອນ.