ລັດຖະມົນຕີການຕ່າງ ປະເທດ ອາຣັບ ແລະ ລັດເຊຍ ອອກມະຕິກ່ຽວກັບ ສະພາບການຢູ່ ຊີຣີ

ລັດຖະມົນຕີການຕ່າງ ປະເທດ ອາຣັບ ແລະ ລັດເຊຍ ອອກມະຕິກ່ຽວກັບ ສະພາບການຢູ່ ຊີຣີ - ảnh 1

ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ
ທີ່​ການ​ປະຊຸມ​ຂ່າວ​ກັບ​ສະຫະພັນ​ອາຣັບ

(ພາບ:baomoi.com)

( vovworld ) – ​ວັນ​ທີ 10/3, ຢູ່ ກາຍ​ໂຣ ປະ​ເທດ​ເອີ​ຢີບ,  ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາຣັບ ​ແລະ​ ລັດ​ເຊຍ ​ໄດ້ດຳ​ເນີນ​ປານ​ປະຊຸມ​ເພື່ອ​ປຶກສາ​ຫາລື​ວິທີ​ຢຸດຕິ​ວິ​ກິດ​ການ​ຢູ່ ຊີຣີ. ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​  ​ໄດ້​ຮັບຮອງ​ເອົາ​ມະ​ຕິ, ຕາມ​ນັ້ນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ສ້າງຕັ້ງກົນ​ໄກ “ຕິດຕາມ​ກວດກາ​ຢ່າງ​ພາວະ​ວິ​ໄສ“ ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ, ພ້ອມ​ທັງເຫັນ​ດີ​ເປັນ​ເອກະສັນຈະ​ບໍ່​ມີ​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ເຂົ້າ ຊີຣີ. ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ ກໍ່​ຮຽກຮ້ອງ​ໃຫ້​ການບໍ່​ກີດຂວາງ​ບັນດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ມະນຸດສະທຳ​ຢູ່ ຊີຣີ ​ແລະ​ ສະໜັບສະໜູນ​ຊະ​ຕາ​ກຳ​ຂອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ຢູ່ ດາ​ມາສ. ກ່ຽວຂ້ອງ​ເຖິງ​ບັນຫາ​ ຊີຣີ, ວັນ​ທີ 10/3, ປະທານາທິບໍດີ ຊີຣີ Bashar Al Assad ປະກາດ​ວ່າ ປະ​ເທດ​ນີ້​ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າຮ່ວມ​ທຸກ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້. ຕາມ​ສຳນັກ​ຂ່າວສານ​ທາງ​ການ SANA ​ແລ້ວ, ປະທານາທິບໍດີ ຊີຣີ Bashar Al Assad ​ໄດ້​ຍົກ​ອອກຄຳ​ປະກາດ​ດັ່ງກ່າວ ​ໃນ​ການ​ພົບ​ປະ​ກັບ​ອະດີດ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ, ທ່ານ Kofi Annan ຊື່​ງພວມ​ຢູ່​ຢ້ຽມຢາມ ຊີຣີ ​ໃນ​ຖານະ​ເປັນທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ແລະ​ ສະຫະພັນ ອາຣັບ.

ຂ່າວ/ບົດ​ອື່ນ