ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ

ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ແລະ ທ່ານ ​ເລຂາຄະນະ​ພັກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ເຊົາ​ເຜົ່າ ຈວາງ ​ເຜິ​ງຊິງ​ຮ໋ວາ
(ພາບ: Minh Châu/TG&VN)

(vovworld) – ​ທ່ານ​ ​ເຜິ​ງຊິງ​ຮ໋ວາ​, ​​ເລຂາຄະນະ​ພັກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ຊົນ​ເຜົ່າ ຈວາງ, ​ແຂວງ ກວາງຊີ ປະ​ເທດ​ຈີນ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 9 – 12/6, ຕາມ​ຄຳ​ເຊື້ອ​ເຊີນຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ. ທີ່​ການ​ຕ້ອນຮັບ​ເມື່ອ​ວັນ​ທີ 10/6, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ຖື​ວ່າ: ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ກວາງຊີ ຄວນ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່ແລ້ວ​ລະຫວ່າງ 2 ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ​ພັດທະນາ​ຮ່ວມ​ມື​ຄື: ​ເຊື່ອມ​ຕໍ່​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ.​.​.​ ທ່ານລັດຖະມົນຕີ ຟ້າ​ມບິນ​ມິນ ຫວັງ​ວ່າ: ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ 2 ປະ​ເທດ​ຈະ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ພັດທະ​ນາ. ທ່ານລັດຖະມົນຕີ ຟ້າ​ມບິນ​ມິນ ​ເນັ້ນ​ໜັກ​ວ່າ:

“ພວກ​ຂ້າພະ​ເຈົ້າ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ກັບ ຈີນ. ນີ້​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ ຫວຽດນາມ, ການ​ພົວພັນ​ຂອງ ຫວຽດນາມ ກັບ​ບັນດາ​ແຂວງ, ພິ​ເສດ​ແມ່ນ​ແຂວງ​ມີ​ຊາຍ​ແດນ​ຮ່ວມ​ກັບ​ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ເມື່ອ​ເຫັນວ່າການ​ພັວພັນ​ລະຫວ່າງ​ແຂວງ ກວາງຊີ ກັບ ຫວຽດນາມ ​ເວົ້າ​ລວມ ​ແລະ ກັບ​ບັນດາ​ແຂວງ​ຊາຍ​ແດນ​ຂອງ ຫວຽດນາມ  ເວົ້າສະເພາະ​ໃນ​ຊຸມ​ປີຜ່ານມາ​ພັດທະນາ​ຢ່າງ​ດີງາມ ”

ສ່ວນ​ທ່ານ ​ເລຂາຄະນະ​ພັກ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ເຊົາ​ເຜົ່າ ຈວາງ ​ເຜິ​ງຊິງ​ຮ໋ວາ ​ເນັ້ນ​ໜັກ​ວ່າ:

“​ແຂວງ ກວາງຊີຖື​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ເປັນ​ສຳຄັນ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ຊາຍ​ແດນ. ກວາງຊີ ຈະ​ສູ້​ຊົນ​ປະກອບສ່ວນ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ ຈີນ - ຫວຽດນາມ ກ່ວາ​ອີກ”

ກ່ອນ​ໜ້າ​ນັ້ນ, ​​ວັນ​ທີ 10/6, ທ່າ​ນ​ເລຂາຄະນະ​ພັກ​​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ​ເຜິ​ງຊິງ​ຮ໋ວາ ​ໄດ້​ເຂົ້າຢ້ຽມ​ຂຳ່ນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ.

ຂ່າວ/ບົດ​ອື່ນ