ລັດຖະມົນຕີການຕ່າງປະເທດ ອີຢູ ຈັດກອງປະຊຸມດ່ວນກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ຕວກກີ ແລະ ເກຼັກ

(VOVWORLD) -  ວັນທີ 14 ສິງຫາ, ບັນດາປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບກະກຽມບັນດາມາດຕະການລົງໂທດ ຕວກກີ ເພືຶ່ອແນໃສ່ໂຕ້ຕອບບັນດາການເຄື່ອນໄຫວກອງທັບເຮືອຂອງ Ankara ຢູ່ເຂດທະເລເມດີແຕຣາເນຕາເວັນອອກ. 

   ລັດຖະມົນຕີການຕ່າງປະເທດຂອງ 27 ປະເທດສະມາຊິກຖືວ່າ ບັນດາການກະທຳເຄື່ອນຍ້າຍທະຫານເຮືອໃນໄລຍະມໍ່ໆມານີ້ຂອງ ຕວກກີ ຈະ “ພາໃຫ້ເກີດສະພາບການສູ້ຢັນ ແລະ ລະແວງສົງໄສຢ່າງຮ້າຍແຮງກ່ວາ”.

        ແລະກໍ່ໃນວັນດຽວກັນ, ການນຳ ອາເມລິກາ ແລະ ຝຣັ່ງ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຢູ່ທະເລເມດີແຕຣາເນ ຕໍ່ການພົວພັນເຄັ່ງຕຶງລະຫວ່າງ 2 ປະເທດສະ່ຳຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ນັ້ນແມ່ນ ເກຼັກ ແລະ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ