ລັດຖະມົນຕີການຕ່າງປະເທດ ອາເມລິກາ ພົບປະກັບຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ

(VOVWORLD) - ຕາມສຳນັກຂ່າວສານ AFP ຂອງ ຝະຣັ່ງ ແລ້ວ, ຕອນເຊົ້າວັນທີ 31 ພຶດສະພາ (ຕາມເວລາ ຫວຽດນາມ),

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Ponpeo ແລະ ທ່ານຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ Kim Yong Chol, ຜູ້ທີ່ໄດ້ຖືວ່າ ແມ່ນ “ມືຂວາ” ຂອງການນຳ Kim Jong-un, ໄດ້ມີການພົບປະທີ່ການຮັບປະທານອາຫານຄ່ຳ ເພື່ອກະກຽມໃຫ້ການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ.

        ທຳນຽບຂາວປະກາດວ່າ: ທ່ານ Ponpeo ແລະ ທ່ານ Choi ຈະສົ່ງເສີມວຽກງານກະກຽມໃຫ້ກອງປະຊຸມສຸດຍອດລະຫວ່າງ 2 ປະເທດ.

        ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງ ດ້ວຍຄວາມຫວັງວ່າ ຈະມຸ່ງໄປເຖິງການປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສີ້ນເຊີງ, ເຖິງວ່າ ທັງ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນກ່ຽວກັບທັດສະນະກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ