ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ສປປ ເກົາຫຼີ

(VOVWORLD) - ໝາກຜົນຂອງການເຈລະຈາຄັ້ງນີ້ໄດ້ຮັບຖືວ່າແມ່ນຈະຄອບງຳການປຶກສາຫາລືໃນອະນາຄົດກ່ຽວກັບການປອດນິວເຄຼຍ...
ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ສປປ ເກົາຫຼີ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ວັນທີ 5 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເດີນທາງອອກຈາກນະຄອນຫຼວງ ວໍຊິງຕັນ ເດີນທາງໄປຢ້ຽມຢາມ ສປປ ເກົາຫຼີ ເປັນເວລາ 2 ວັນ.

        ຄາດວ່າ, ໃນການຢ້ຽມຢາມ ສປປ ເກົາຫຼີ ຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, 2 ຝ່າຍເລີ່ມດຳເນີນການເຈລະຈາ “ຮອບທີ 2” ກ່ຽວກັບການປອດນິວເຄຼຍໃນແຫຼມ ເກົາຫຼີ, ພາຍຫຼັງທີ່ບັນລຸໄດ້ຂໍ້ຕົກລົງໃນການເຈລະຈາສຸດຍອດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ ເກົາຫຼີ Kim Jong – un ຢູ່ ສິງກະໂປ ໃນວັນທີ 12 ມິຖຸນາ. ໝາກຜົນຂອງການເຈລະຈາຄັ້ງນີ້ໄດ້ຮັບຖືວ່າແມ່ນຈະຄອບງຳການປຶກສາຫາລືໃນອະນາຄົດກ່ຽວກັບການປອດນິວເຄຼຍ ແລະ ຮັບປະກັນການຮັກສາສັນຕິພາບໃນແຫຼມ ເກົາຫຼີ. ຄາດຄະເນວ່າ, ທ່ານລັດຖະມົນຕີ Pompeo ຈະມີການພົບປະກັບວົງການເຈົ້າໜ້າທີ່ຂັ້ນສູງຂອງ ສປປ ເກົາຫຼີ, ລວມມີທັງການນຳ Kim Jong un.

ຕອບກັບ

ຂ່າວ/ບົດ​ອື່ນ