ລັດຖະມົນຕີການຕ່າງປະເທດຕວກກີ,ລັດເຊຍແລະອີຣານຈະພົບປະກັນຢູ່ມົດສະກູເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ

(VOVWORLD) -ວັນທີ 26 ເມສາ, ກະຊວງການຕ່າງປະເທດຕວກກີ ແຈ້ງວ່າ, ລັດຖະມົນຕີການຕ່າງປະເທດ 3 ປະເທດ ຕວກກີ, ລັດເຊຍ ແລະ ອີຣານ ຈະຈັດກອງປະຊຸມຢູ່ມົດສະກູ ຂອງລັດເຊຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ.

ລັດຖະມົນຕີການຕ່າງປະເທດຕວກກີ,ລັດເຊຍແລະອີຣານຈະພົບປະກັນຢູ່ມົດສະກູເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ - ảnh 1

 ລັດຖະມົນຕີການຕ່າງປະເທດຕວກກີ,ລັດເຊຍແລະອີຣານຈະພົບປະກັນ

ຢູ່ມົດສະກູເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ

(ພາບ: THX/TTXVN)

ຕາມຖະແຫຼງການຂອງກະຊວງການຕ່າງປະເທດຕວກກີແລ້ວ, ລັດຖະມົນຕີການຕ່າງປະເທດ 3 ປະເທດ ຕວກກີ, ລັດເຊຍ ແລະ ອີຣານ ເຊິ່ງເປັນບັນດາປະເທດອຸປະຖຳຮູບແບບການເຈລະຈາ Astana ແນໃສ່ຊຸກຍູ້ວິວັດທະນາການສັນຕິພາບຢູ່ຊີຣີ, ຈະຈັດກອງປະຊຸມຢູ່ນະຄອນຫຼວງມົດສະກູ ໃນວັນທີ 28 ເມສາ.

      ກ່ອນໜ້ານັ້ນ, ວັນທີ 04 ເມສາ, ຢູ່ນະຄອນຫຼວງ ອານກາຣາ ປະເທດຕວກກີ ໄດ້ດຳເນີນກອງປະຊຸມສຸດຍອດ 3 ຝ່າຍ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີຕວກກີ. ການນຳທັງ 3 ທ່ານໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການຮ່ວມມື ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງໄລຍະຍາວລະຫວ່າງບັນດາຝ່າຍປະທະກັນຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ