ລັດຖະມົນຕີການຕ່າງປະເທດລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ
(ພາບປະກອບ: vietnam.vnanet/ AFP)
(vovworld) – ວັນທີ 20/02, ກະຊວງການຕ່າງປະເທດລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ Sergei Lavrov ແລະ ຄູ່ຕ່ຳແໜ່ງອາເມລິກາ John Kerry ໄດ້ມີການໂອ້ລົມສົນທະນາປຶກສາຫາລືກ່ຽວກັບການປະຕິບັດຄຳສັ່ງຢຸດຍິງຢູ່ຊີຣີ. ຕາມກະຊວງດັ່ງກ່າວແລ້ວ, 2 ຝ່າຍໄດ້ຮັບຮູ້ບາດກ້າວທີ່ບັນລຸໄດ້ໃນການເຄື່ອນໄຫວຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳເຖິງບັນດາເຂດຖືກປິດລ້ອມໃນເຂດດິນແດນຊີຣີ. ນອກຈາກນັ້ນ, ທ່ານ Lavrov ກໍກ່າວຫາຕວກກີ ໄດ້ມີ “ບັນດາການກະທຳເກາະຜິດລະເມີດຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ”. ກ່ອນໜ້ານັ້ນໃນວັນດຽວກັນ, ວັງ Kremlin ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ຕວກກີ ຍິງປືນໃຫຍ່ ເຂົ້າເຂດດິນແດນຊີຣີ, ຖືວ່າ, ບັນດາການກະທຳຄືດັ່ງກ່າວແມ່ນເຮັດໃຫ້ຄວາມເຄັ່ງຕຶງຢູ່ເສັ້ນຊາຍແດນ 2 ປະເທດຖືກເພີ່ມຂຶ້ນ.