ລັດຖະມົນຕີການຕ່າງປະເທດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ປຶກສາຫາລືສະພາບຄວາມເຄັ່ງຕຶງ

ລັດຖະມົນຕີການຕ່າງປະເທດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ປຶກສາຫາລືສະພາບຄວາມເຄັ່ງຕຶງ - ảnh 1
ລັດຖະມົນຕີການຕ່າງປະເທດ 3 ປະເທດ
(ພາບ: AP)

(vovworld) -     ຢູ່​ນອກ​ກອງ​ປະຊຸມຊຸດທີ 67 ຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່ນິວຢອກ, ປະ​ເທດອາ​ເມ​ລິ​ກາ, ຕອນ​ຄໍ່າ​ວັນ​ທີ 28/9, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໄດ້​ມີ​ການ​ພົບ​ປະ 3 ຝ່າຍ, ພ້ອມ​ກັນປຶກສາ​ຫາລື​​ບັນດາບັນຫາ​ໃນ​ພາກ​ພື້ນ​ທີ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ສະພາບ​ການ​ເຄັ່ງ​ຕຶງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ທີ່​ກ່ຽວຂ້ອງ​ເຖິງ​ການ​ພິພາດອະທິປະ​ໄຕໝູ່​ເກາະ​ຢູ່​ເຂດ​ອາຊີຕາ​ເວັນ​ອອກ​ສ່ຽງ​ເໜືອ​. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ແກ້​ໄຂ​ບັນດາ​ການ​ພິພາດ​ອະ​ທິປະ​ໄຕ​ຜືນ​ແຜ່ນດິນ​ຜ່ານ​ການ​ເຈລະຈາ​ສັນຕິພາບ. ທ່ານນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ຖື​ວ່າ, ຍີ່ປຸ່ນ ຄວນ​ແກ້​ໄຂ​ການ​ພົວພັນ​ສອງ​ຝ່າຍ​ກັນ​ຈີນ ດ້ວຍ​ຄວາມ​ລະມັດລະ​ວັງ​ກວ່າ. ​ແຕ່​ທ່ານ​ນາງ Hillary Clinton ກໍ​ຢືນຢັນ​ວ່າ ອາ​ເມ​ລິ​ກາ ບໍ່​ຕັ້ງ​ໃຈເປັນ​ຜູ້​ໄກ​ເກ່ຍ​ໃນ​ການ​ພິພາດ​ອະທິປະ​ໄຕ​ໃດໆ​ຢູ່​ອາຊີ.

ຂ່າວ/ບົດ​ອື່ນ