ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ອາເມລິກາ
ພາບ:vtv
|
(vovworld)- ວັນທີ 28/7, ກ່າວຄຳເຫັນທີ່ກຳມາທິການການຕ່າງປະເທດ ສະພາຕ່ຳ ອາເມລິກາ, ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານປາດຖະຫນາຢາກສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາຂໍ້ຕົກລົງນິວເຄຼຍ ທີ່ບັນລຸໄດ້ ລະຫວ່າງ ອີຣານ ແລະ ກຸ່ມ P5+1 ໂດຍໄວ ພ້ອມທັງກ່າວເຕືອນ ຖ້າຫາກຂໍ້ຕົກລົງນີ້ຖືກປະຕິເສດ ຈະຍິ່ງເຮັດໃຫ້ ເຕເຮຣານ ກັບຄືນພັດທະນາອາວຸດນິວເຄຼຍ ຢ່າງວ່ອງໄວ. ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry, ເນັ້ນຫນັກ: ຂໍ້ຕົກລົງທີ່ບັນລຸໄດ້ນັ້ນ ຈະນຳມາເຊິ່ງບັນດາມາດຕະການຮອບດ້ານ ແລະ ຍາວນານກວ່າ ໃນການຈຳກັດຄວາມມັກໃຫຍ່ໄຝ່ສູງນິວເຄຼຍຂອງ ອີຣານ ເມື່ອທຽບໃສ່ບໍ່ວ່າວິທີການໃດ.