ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຜູ້ອຳນວຍການKOICAປະຈຳຫວຽດນາມ

ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຜູ້ອຳນວຍການKOICAປະຈຳຫວຽດນາມ - ảnh 1
(ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ຕ​ອນ​ຮັບ
​ທ່ານ Chang jae Yun, ຜູ​້​ອຳ​ນວຍ​ການ KOICA)

(vovworld) - ທີ່​ການ​ຕ​ອນ​ຮັບ​ທ່ານ Chang jae Yun, ຜູ​້​ອຳ​ນວຍ​ການ KOICA (ອົງ​ການ​ຮ່ວມ​ມື​ສາ​ກົນ​ສ.ເກົາ​ຫຼີ) ປະ​ຈຳ​ຫວຽດ​ນາມ ໃນ​ຕອນ​ບ່າຍ​ວັນ​ທີ 07/12, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ລັດ​ຖະມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ໄດ້​ຕີ​ລາ​ຄາ​ສ​ູງ​ການ​ພົວ​ພັນ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນ​າມ - ສ.ເກ​ົາ​ຫຼີ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ​້ອງ​ກັນ​ຊາດ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ສ.ເກົາ​ຫຼີ ​ຈະຜັນ​ຂະ​ຍາຍ​ໂຄງ​ການ​ໜູນ​ຊ່ວຍ​ຫວຽດ​ນາມ ແກ້​ໄ​ຂ​ຜົນນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ມິນ​ບໍ່​ທັນ​ແຕກພາຍ​ຫຼັງ​ສົງ​ຄາມ. ກ່ອນ​ອື​ນ​ໝົດ, ສ.ເກົາ​ຫຼີ ພ​້ອມ​ກັບ​ຫວຽດ​ນາມ ຈັດ​ຕັ້ງ​ການ​ສຳ​ຫຼວດກວດ​ກາ​ຕົວ​ຈິງ​ມົນ​ລະພິດ​​ຈາກລະ​ເບີດ​ໝາກ​ມິນບໍ່​ທັນ​ແຕກ​ຢູ່​ບາງ​ທ້ອງ​ຖິ່ນ​ຄື ບິ່ງ​ດິ້ງ ແລະ ກວາງ​ບິ່ງ ແລະ ມີ​ໂຄງ​ການ​ໜູ​ນ​ຊ່ວຍ​ໃຫ້​ບັນ​ດາ​ແຂວງນີ້ ກ່ຽວ​ກັບ​ວັດ​ຖຸ​ອຸ​ປະ​ກອນ ແລະ ເຕັກ​ໂນ​ໂລ​ຊີ​ທຳ​ລາຍ​ລະ​ເມີດ​​ໝາກ​ມິນ, ວັດ​ຖຸ​ລະ​ເບີດ​ທີ່​ຍັງ​ຄົງ​​ຄ້າງ​ພາຍ​ຫຼັງ​ສົງ​ຄາມ. ສ.ເກົາ​ຫຼີ ຖື​ວ່າ, ນີ້​ແມ່ນ​ໂຄງ​ການ​ຈຸດ​ສຸມ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄ​ວາມ​ສາ​ມາດ​ຂອງ​ຕ​ົນ​ເພື່ອ​ຊ່ວຍ​ຫວຽດ​ນາມ ຍູ້​ໄວ​ຄວາມ​ຄືບ​​ໜ້າ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​​ໝາກ​ມິນ​ບໍ່​ທັນ​ແຕກພາຍ​ຫຼັງ​ສົງ​ຄາມ.

ຂ່າວ/ບົດ​ອື່ນ