ລັດຖະມົນຕີຊ່ວຍວ່າການຜູ້ທີ1ກະຊວງການຕ່າງປະເທດອາເມລິກາAntonyBlinken ເຮັດວຽກຢູ່ຫວຽດນາມ
ທ່ານລັດຖະມົນຕີເຈິນດ້າຍກວາງ ຕ້ອນຮັບທ່ານລັດຖະມົນຕີຊ່ວຍ
ວ່າການກະຊວງການຕ່າງປະເທດ ອາເມລິກາ Antony Blinken.
(vovworld) – ທີ່ການຕ້ອນຮັບທ່ານລັດຖະມົນຕີຊ່ວຍວ່າການຜູ້ທີ 1 ກະຊວງການຕ່າງປະເທດ ອາເມລິກາ Antony Blinken, ວັນທີ 18/5, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍຖືເປັນສຳຄັນການພົວພັນກັບ ອາເມລິກາ ແລະ ຊຸກຍູ້ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຕາມຈິດໃຈຖະແຫຼງການຮ່ວມຂັ້ນສູງ 2 ປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີຝ່າຍ ອາເມລິກາ ສືບຕໍ່ສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນກ່ວາ ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບີ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Antony Blinken, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນຄືນໃໝ່ ຄວາມຕັດສິນໃຈຂອງ ຫວຽດນາມ ກັບຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ປາດຖະໜາວ່າ ຝ່າຍສະພາແຫ່ງຊາດ ອາເມລິກາ ຈະມອບສິດອຳນາດເຈລະຈາໃຫ້ທ່ານປະທານາທິບໍດີ ອາເມລິກາ ໂດຍໄວ ເພື່ອໃຫ້ວິວັດການເຈລະຈາໄດ້ດຳເນີນຢ່າງສະດວກ ແລະ ປະຕິບັດສຳເລັດຖືກຕ້ອງຕາມວິວັດທະນາການທີ່ໄດ້ວາງອອກໂດຍໄວ. ສ່ວນທ່ານລັດຖະມົນຕີຊ່ວຍວ່າການຜູ້ທີ 1 ກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ອາເມລິກາ ສະໜັບສະໜູນເລື່ອງແກ້ໄຂບັນດາຄວາມຂັດແຍ້ງກັນໃນທະເລຕາເວັນອອກໂດຍສັນຕິວິທີ; ຜ່ານບັນດາການພົວພັນດ້ານການທູດ ໂດຍອີງໃສ່ພື້ນຖານກົດໝາຍສາກົນ ແລະ ມາດຕະຖານລວມຄື: ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ.
ແລະກໍໃນວັນທີ 18/5, ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ, ພົນເອກ ເຈິນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຊ່ວຍວ່າການຜູ້ທີ 1 ກະຊວງການຕ່າງປະເທດ ອາເມລິກາ Antony Blinken.