ລັດຖະມົນຕີປ້ອງກັນປະເທດລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ
(ພາບປະກອບ: Reuters)
(vovworld) - ວັນທີ 18/9, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດລັດເຊຍ Sergey Soigu ແລະ ຄູ່ຕຳແໜ່ງອາເມລິກາ Ashton Carter ໄດ້ໂອ້ລົມທາງໂທລະສັບນຳກັນກ່ຽວກັບສະພາບການຢູ່ຊີຣີ ແລະ ອີຮັກ. ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ສອງຝ່າຍໄດ້ເໜັ້ນໜັກເຖິງຄວາມຈຳເປັນຕ້ອງສົມທົບບັນດາຄວາມມານະພະຍາຍາມສອງຝ່າຍ ແລະ ຫຼາຍຝ່າຍໃນບັ້ນຮົບຕ້ານກໍ່ການຮ້າຍສາກົນ. ສອງຝ່າຍເຫັນດີສືບຕໍ່ຍູ້ແຮງການປຶກສາຫາລືກົນໄກຕ່າງໆ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ຊີຣີ ແລະ ຕ້ານກຸ່ມລັດອິດສະລາມ (IS) ຂະໜາມນາມເອງ. ຕາມກະຊວງປ້ອງກັນປະເທດລັດເຊຍ, ສອງຝ່າຍມີທັດສະນະຄ້າຍຄືກັນກ່ຽວກັບບັນດາບັນຫາປຶກສາຫາລື. ທຳນຽບ 5 ແຈ ກໍ່ໃຫ້ຮູ້ວ່ານີ້ແມ່ນການໂອ້ລົມໂທລະສັບທຳອິດລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດໃນໜຶ່ງກວ່າປີທີ່ຜ່ານມາ.