ລັດຖະມົນຕີພະລັງງານບຣູໄນ ຢ້ຽມຢາມ ຫວຽດນາມ

ລັດຖະມົນຕີພະລັງງານບຣູໄນ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈື່ອງ​ເຕີນ​ຊາງ ຕ້ອນຮັບ​ລັດຖະມົນຕີ​ພະລັງງານ ບຣູ​ໄນ

(vovworld) - ຕອນ​ບ່າຍ​ວັນ​ທີ 25/2, ຢູ່​ຮ່າ​ໂນ້ຍ, ​​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ພະລັງງານ ບຣູ​ໄນ ທ່ານ Yang Berohormat Pehin Yasmin ​ເຊິ່ງພວມ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈື່ອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ: ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ການ​ນຳ​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດ 2 ປະ​ເທດ​ຈະ​ປະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​​ເສດຖະກິດ ຫວຽດນາມ - ບຣູ​ໄນ ຍິ່ງກ່ວາ​ອີກ. ຕີ​ລາຄາ​ສູງ​ບົດ​ບາ​ດຂອງ​ປະ​ເທດ ບຣູ​ໄນ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ​: ພ້ອມ​ກັບ​ການ​ຮ່ວມ​ມື​ກ່ຽວ​ກັບ​ນ້ຳມັນ​ອາຍ​ແກ​ດ, ຫວຽດນາມ ​ແລະ ບຣູ​ໄນ ສາມາດ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ບັນດາ​ຂົງ​ເຂດ​ຜະລິດ​ຕະພັນກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ.

        ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ແລກປ່ຽນ​ລະຫວ່າງ​ຂະ​ແໜງ​ພະລັງງານ​ບຣູ​ໄນ ​ແລະ ກຸ່ມ​ບໍລິ​ສັດ ນ້ຳມັນ​ອາຍ​ແກ​ດ ​ແຫ່ງ​ຊາດ ຫວຽດນາມ, ທ່ານ ລັດຖະມົນຕີ​ພະລັງງານ ບຣູ​ໄນ Yang Berohormat Pehin Yasmin ຢັ້ງຢືນ​ວ່າ: 2 ຝ່າຍ​ພ້ອມ​ແລ້ວ​ທີ່​ຮ່ວມ​ມື​ຍົກ​ລະດັບ​ການ​ພົວພັນ. ທ່ານ ລັດຖະມົນຕີ​ພະລັງງານ ບຣູ​ໄນ Yang Berohormat Pehin Yasmin ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທີ 3 ​ແລະ ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທ່ານ​ມີ​ຄວາມປະ​ທັບ​ໃຈຫຼາຍ​ຢ່າງ ກ່ຽວ​ກັບປະ​ເທດ​ຊາດ ​ແລະ ປະຊາ​ຊົນ ຫວຽດນາມ.

ຂ່າວ/ບົດ​ອື່ນ