ລັດຖະມົນຕີຟູ່ງກວາງແທງຕ້ອນຮັບຄະນະຄອບຄົວແມ່ນອະດີດທີ່ປຶກສາການທະຫານຈີນ

ລັດຖະມົນຕີຟູ່ງກວາງແທງຕ້ອນຮັບຄະນະຄອບຄົວແມ່ນອະດີດທີ່ປຶກສາການທະຫານຈີນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ສະຫາຍ​ເຊິ່ງ​ແມ່ນ​ອະດີດ​ທີ່​ປຶກສາ​ດ້ານ​ການ​ທະຫານ​ຂອງ ຈີນ ຊ່ວຍ​ເຫຼືອ ຫວຽດນາມ

(vovworld) – ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽ​ດນາມ, ຕອນ​ບ່າຍ​ວັນ​ທີ 24/4, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ໄດ້​ໃຫ້​ການ​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ສະຫາຍ​ເຊິ່ງ​ແມ່ນ​ອະດີດ​ທີ່​ປຶກສາ​ດ້ານ​ການ​ທະຫານ​ຂອງ ຈີນ ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ການ​ຕໍ່ຕ້ານ​ຕ້ານ ຝຣັ່ງ ​ແລະ ຄອບຄົວ “ນາຍ​ພົນ ຫງວຽນ​ເຊີນ” ​ໂດຍ​ທ່ານ ຈີ໋ຈຽວ​ກົ໋ວ​, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຈີນ - ຫວຽດນາມ, ​ເປັນ​ຫົວ​ໜ້າ​ຄະນະ.

    ທີ່​ການ​ຕ້ອນຮັບ, ທ່ານ​​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ: ​ໄຊຊະນະ​ຂອງ​ການ​ປະຕິວັດ ຫວຽດນາມ ບໍ່​ອາດ​ຕັກ​ແຍກ​ອອກ​ຈາກ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ກ່ຽວ​ກັບ​ມະນຸດ ​ແລະ ວັດ​ຖຸຂອງ​ບັນດາ​ປະ​ເທ​ດ ສັງ​ຄົມ​ນິຍົມ​ໄດ້, ພິ​ເສ​ດ​ແມ່ນ​ການ​ຊ່ວຍ​ເຫຼືອ​ຂອງ ຈີນ. ມີ​ນັກຮົບ ຈີນ ຫຼາຍ​ຄົນ​ໄດ້​ເສຍສະຫຼະຊີວິດ ​ເພື່ອ​ການ​ຕໍ່ສູ້​ຕ້ານ​ພວກ​ຮຸກ​ຮານ​ຂອງ​ປະຊາຊົນ ຫວຽດນາມ. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ຢືນຢັນ​ວ່າ: ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ ​ແລະ ສະ​ແດງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ປະຊາຊົນ ຫວຽດນາມ ​ແລະ ຈີນ ​ແລະ ປາດ​ຖະໜາ​ວ່າ ບັນດາ​ສະ​ມາຊິກ​ໃນ​ຄະນະ​ສືບ​ຕໍ່​ປະກອບສ່ວນ, ​ເສີມສ້າງ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ຈີນ ​ໃຫ້​ນັບ​ມື້​ນັບ​ສະໜິດ​ຕິ​ດພັນ​ຍິ່ງຂຶ້ນ​.

ຂ່າວ/ບົດ​ອື່ນ