ລັດອິດສະລາມ IS ຂຶ້ນແຜນສັງຫານນັກຮົບຊາວເຄີດ 17 ຄົນ
ນັກບິນ Kasasbeh ຖືກກຳລັງ ລັດອິດສະລາມ IS ຈຸດເຜົາຕາຍ |
(vovworld)- ກຸ່ມກຳລັງລັດອິດສະລາມ IS ຫາກໍນຳເທບບັນທຶກພາບ Video ຂຶ້ນເຄຶືອຂ່າຍອິນເຕີເນັດ ກ່ຽວກັບການພາຕົວນັກຮົບຊາວເຄີດ 17 ຄົນ ແລະ ເບິ່ງຄືວ່າ ພວກນີ້ພວມຂຶ້ນແຜນການສັງຫານ ນັກຮົບຊາວເຄີດຈຳນວນນີ້ຢ່າງໂຫດຮ້າຍສາມານ. ການກະທຳນີ້ແມ່ນເພື່ອແກ້ແຄ້ນຕໍ່ເລື່ອງກຳລັງຊາວເຄີດໄດ້ປະຕິບັດປະຫານຊີວິດສຳລັບນັກໂທດຫຼາຍຄົນຊຶ່ງເປັນສະມາ່ຊິກຂອງ ລັດອິດສະລາມ IS. ໃນເທບບັນທຶກພາບ, ບັນດານັກຮົບຊາວເຄີດນຸງຊຸດສີສົ້ມຄືຊຸດເຄື່ອງນຸງຂອງນັກບິນ Kasasbeh ຊຶ່ງແມ່ນຕົວປະກັນຖືກກຳລັງ ລັດອິດສະລາມ IS ຈຸດເຜົາຕາຍເມື່ອບໍ່ດົນມານີ້. ກໍລະນີນີ້ເກີດຂຶ້ນເມື່ອກຸມກຳລັງ ລັດອິດສະລາມ IS ສາມາດຢຶດຄອງເທດສະບານເມືອງ Al – Baghdadi ແຂວງ Anba ພາກຕາເວັນຕົກ ອີຣັກ .