ລັດເຊຍ ກາຍເປັນສະມາຊິກສົມບູນຂອງອົງການການຄ້າໂລກ
(ພາບ:sggp.org.vn)
( vovworld ) – ວັນທີ 22/8, ລັດເຊຍ ໄດ້ກາຍເປັນສະມາຊິກທີ 156 ຂອງອົງການການຄ້າໂລກຢ່າງເປັນທາງການ. ເອກະສານຊ່ວຍລັດເຊຍ ກາຍເປັນສະມາຊິກສົມບູນຂອງອົງການການຄ້າໂລກ ໄດ້ຖືກເຊັນຢູ່ເຊີແນວ ປະເທດສະວິດ ເມື່ອເດືອນ 12/2011 ພາຍຫຼັງໄດ້ດຳເນີນການເຈລະຈາຢ່າງເຄັ່ງຕຶງມາເປັນເວລາ 18 ປີ. ປະທານາທິບໍດີລັດເຊຍ ກໍ່ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍນີ້ໃນວັນທີ 21/7 ທີ່ຜ່ານມາ ແລະ ກາຍເປັນກົດໝາຍພາຍຫຼັງເວລາ 30 ວັນໄດ້ໃຫ້ສັດຕະຍາບັນ. ລັດຖະບານລັດເຊຍ ມີຄວາມຫວັງວ່າ, ການເຂົ້າເປັນສະມາຊິກອົງການການຄ້າໂລກ ຈະຊຸກຍູ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດປະເທດຊາດ ແລະ ຫລຸດຜ່ອນການຂຶ້ນກັບການສົ່ງອອກນ້ຳມັນບໍ່ ແລະ ອາຍແກັດ. ຕາມທະນາຄານໂລກແລ້ວ, ເລື່ອງລັດເຊຍ ເຂົ້າເປັນສະມາຊິກສົມບູນຂອງອົງການການຄ້າໂລກ ຈະຊ່ວຍພື້ນຖານເສດຖະກິດລັດເຊຍ ມີຕື່ມອີກປະມານ 49 ຕື້ໂດລາສະຫະລັດ ໃນ 3 ປີຕົ້ນເຂົ້າຮ່ວມ ແລະ ຕົວເລກດັ່ງກ່າວຈະເພີ່ມຂຶ້ນໃນຊຸມປີຕໍ່ໄປ.