ລັດ​ເຊຍ​ ກ່າວ​ເຕືອນ​ຈະໂຕ້​ຕອບ ຖ້າ​ຫາກວ່າ ອາ​ເມ​ລິ​ກາ ​ຖອນ​ຕົວ​ອອກ​ຈາກ​ ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ

(VOVWORLD) -ວັນທີ 12 ກຸມພາ, ທ່ານ Vladimir Yermakov ຫົວໜ້າກົມຄວບຄຸມບັນຫາບໍ່ເຜີຍແຜ່ ແລະ ຄວບຄຸມອາວຸດ ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ ໄດ້ກ່າວເຕືອນວ່າ ມົດສະກູຈຳເປັນຕ້ອງ ໂຕ້ຕອບຖ້າຫາກວ່າ ອາເມລິກາ ຖອນຕົວອອກຈາກສົນທິສັນຍາທ້ອງຟ້າເປີດ
ລັດ​ເຊຍ​ ກ່າວ​ເຕືອນ​ຈະໂຕ້​ຕອບ ຖ້າ​ຫາກວ່າ ອາ​ເມ​ລິ​ກາ ​ຖອນ​ຕົວ​ອອກ​ຈາກ​ ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ - ảnh 1 ທ່ານ Vladimir Yermakov ຫົວໜ້າກົມຄວບຄຸມບັນຫາບໍ່ເຜີຍແຜ່ ແລະ ຄວບຄຸມອາວຸດ ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ  (ພາບ: REUTERS) 

ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ທ່ານນີ້ກໍ່ຖືວ່າ  ປັດຈຸບັນຍັງບໍ່ແມ່ນຈຸດເວລາເໝາະສົມ ເພື່ອປຶກສາຫາລືກ່ຽວກັບມາດຕະການໂຕ້ຕອບທີ່ກ່ຽວຂ້ອງ, ຍ້ອນວ່າ ວໍຊິງຕັນ ຍັງບໍ່ທັນຖະແຫຼງຖອນຕົວອອກຈາກສົນທິສັນຍານີ້. ທ່ານ Yermakov ເນັ້ນໜັກວ່າ ມົດສະກູ ມີຄວາມເຊື່ອໝັ້ນຕໍ່ຄວາມສະຫຼາດສ່ອງໃສຂອງບັນດາຄູ່ຮ່ວມມືຕ່າງປະເທດ, ພ້ອມທັງຮຽກຮ້ອງໃຫ້ຮັກສາສົນທິສັນຍາດັ່ງກ່າວໄວ້ ຍ້ອນວ່າ ນີ້ແມ່ນ “ໜຶ່ງ ໃນຈຳນວນ ເສົາຄ້ຳທີ່ຍັງເຫຼືອໜ້ອຍຂອງໂຄງປະກອບຄວາມໝັ້ນຄົງ ຢູ່ ເອີລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ