(vovworld) - ວັນທີ 28/6, ລັດເຊຍ ໄດ້ຄັດຄ້ານແຫຼ່ງຂ່າວທີ່ວ່າປະເທດນີ້ປິດປະຕູສະຖານທູດ ລັດເຊຍ ປະຈຳນະຄອນຫຼວງ ດາມາກຸດ ແລະ ຖອນພາລະກອນອອກຈາກຖານທີ່ໝັ້ນທະຫານເຮືອຢູ່ນະຄອນ Tartus ຂອງ ຊີຣີ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງ ມາຣົກ ທ່ານ Saad Eddine El Othmani, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຊີ້ແຈ້ງວ່າ: “ບັນດາຂ່າວລືນີ້ບໍ່ມີມູນຄວາມຈິງ ແລະ ເກາະຜິດເພື່ອສ້າງຫາງສຽງໃຫ້ບັນດາກົນອຸບາຍແນໃສ່ປ່ຽນແປງລະບອບ ຊີຣີ... ສະຖານທູດ ລັດເຊຍ ພວມເຄື່ອນໄຫວໃນບົດບາດເປັນຄະນະນັກການທູດແບບປົກກະຕິ, ກໍ່ຄືພວມປະເຊີນໜ້າກັບສະພາບຄວາມເຄັ່ງຕຶງ ແລະ ອັນຕະລາຍ”.