ລັດເຊຍ, ຝຣັ່ງ, ເຢຍລະມັນ, ຕວກກີ ອອກຖະແຫຼງການຮ່ວມກ່ຽວກັບບັນຫາ ຊີຣີ້

(VOVWORLD) -  ວັນທີ 27 ຕຸລາ, ການນຳບັນດາປະເທດ ລັດເຊຍ, ຝຣັ່ງ, ເຢຍລະມັນ, ຕວກກີ ໄດ້ອອກຖະແຫຼງການຮ່ວມ ພາຍຫລັງກອງປະຊຸມສຸດຍອດ 4 ຝ່າຍ ກ່ຽວກັບບັນຫາ ຊີຣີ ໄດ້ດຳເນີນໄປຢູ່ນະຄອນ Istanbul ປະເທດ ຕວກກີ.
ລັດເຊຍ, ຝຣັ່ງ, ເຢຍລະມັນ, ຕວກກີ ອອກຖະແຫຼງການຮ່ວມກ່ຽວກັບບັນຫາ ຊີຣີ້ - ảnh 1 ການນຳປະເທດ ລັດເຊຍ,  ເຢຍລະມັນ, ຕວກກີ, ຝຣັ່ງ, ອອກຖະແຫຼງການຮ່ວມກ່ຽວກັບບັນຫາ ຊີຣີ້ (ພາບ: AFP/TTXVN)

ໃນຖະແຫຼງການຮ່ວມ, ການນຳທັງ 4 ປະເທດລ້ວນແຕ່ເຫັນດີເປັນເອກະພາບກັນທີ່ຖືວ່າ: ວິກິດການ ຊີຣີ ພຽງແຕ່ໄດ້ຮັບການແກ້ໄຂດ້ວຍມາດຕະການດ້ານການເມືອງ - ການທູດເທົ່ານັ້ນ, ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງຄຳສັ່ງຢຸດຍິງໄລຍະຍາວຢູ່ ຊີຣີ ກໍ່ຄືຄວາມຈຳເປັນຂອງການຕໍ່ສູ້ຕ້ານຄືນພວກກະບົດ. ນອກນັ້ນ, ໃນຖະແຫຼງການຮ່ວມ, ການນຳ 4 ປະເທດ ໄດ້ສະແດງການສະໜັບສະໜູນສຳລັບວິວັດທະນາການດ້ານການເມືອງຮອບດ້ານ ໂດຍສະຫະປະຊາຊາດຂຶ້ນແຜນ, ແລະ ປະຊາຊົນ ຊີຣີ ນຳໜ້າ ແລະ ເປັນເຈົ້າການ.

ຕອບກັບ

ຂ່າວ/ບົດ​ອື່ນ