ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບທຸກປະເທດເພື່ອຕ້ານການກໍ່ການຮ້າຍ

(VOVWORLD) -ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກ, ສັບສົນຫຼາຍຢ່າງໃນການພົວພັນກັບຫຼາຍປະເທດກໍຕາມ, ແຕ່ ລັດເຊຍ ຍັງຄົງສົມທົບກັບທຸກປະເທດໃນການຕໍ່່ສູ້ຕ້ານການກໍ່ການຮ້າຍສາກົນຢ່າງແໜ້ນແຟ້ນ.

        ວັນທີ 6 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ມົດສະກູ ພ້ອມແລ້ວທີ່ຈະຮ່ວມມືກັບທຸກປະເທດໃນການຕໍ່ສູ້ຕ້ານການກໍ່ການຮ້າຍ. ກ່າວຄໍາເຫັນທີ່ກອງປະຊຸມຂອງອົງການປ້ອງກັນຄວາມສະຫງົບຂອງສະຫະພັນ ລັດເຊຍ ຫຼື (FSB), ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກ, ສັບສົນຫຼາຍຢ່າງໃນການພົວພັນກັບຫຼາຍປະເທດກໍຕາມ, ແຕ່ ລັດເຊຍ ຍັງຄົງສົມທົບກັບທຸກປະເທດໃນການຕໍ່່ສູ້ຕ້ານການກໍ່ການຮ້າຍສາກົນຢ່າງແໜ້ນແຟ້ນ.

        ຕາມທ່ານ Vladimir Putin ແລ້ວ, ໃນຊຸມປີມໍ່ໆມານີ້, ໃນປີ 2018 ຈໍານວນຄະດີທີ່ກ່ຽວຂ້ອງເຖິງການກໍ່ການຮ້າຍໄດ້ຫຼຸດລົງຢ່າງແຮງ ຈາກ 997 ກໍລະນີ ລົງເຫຼືອແຕ່ 10 ກໍລະນີ. ທ່ານ Vladimir Putin ກໍໄດ້ເນັ້ນໜັກເຖິງຄວາມຈໍາເປັນ ຕ້ອງສືບຕໍ່ຕໍ່ສູ້ ແລະ  ຢຶດໝັ້ນກັບອາດຊະຍາກໍາແບບນີ້. ທ່ານຖືວ່າ ພວກກໍ່ການຮ້າຍຍັງມີກໍາລັງຄວາມສາມາດເພື່ອດໍາເນີນບັນດາການບຸກໂຈມຕີ, ດັ່ງນັ້ນ, ຕ້ອງມີບັນດາຮູບແບບ ແລະ ມາດຕະການໃໝ່ ເພື່ອຕ້ານຄືນໄພນາບຂູ່ດັ່ງກ່າວ, ຄວນຕ້ອງເພີ່ມທະວີການເຄື່ອນໄຫວປ້ອງກັນ ແລະ ຕ້ານການກໍ່ການຮ້າຍ, ສະກັດກັ້ນການກະທໍາເຜີຍແຜ່ຂອງກໍາລັງຫົວຮຸນແຮງນີ້ໃນອິນເຕີເນັດ.


ຕອບກັບ

ຂ່າວ/ບົດ​ອື່ນ