ລັດເຊຍ ຢືນຢັນພ້ອມແລ້ວທີ່ຈະຊ່ວຍແກ້ໄຂຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ

(VOVWORLD) -ຫ້ອງວ່າການປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຄົນໃໝ່ ສ.ເກົາຫຼີ Moon Jae-in ຄົນໃໝ່ ມີການໂອ້ລົມທາງໂທລະສັບໃນວັນທີ 12 ພຶດສະພາ ກ່ຽວກັບບັນດາບັນຫາ
ລັດເຊຍ ຢືນຢັນພ້ອມແລ້ວທີ່ຈະຊ່ວຍແກ້ໄຂຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ - ảnh 1 ທ່ານປະທານາທິບໍດີຄົນໃໝ່ຂອງ ສ.ເກົາຫຼີ Moon Jae-in

ໃນນັ້ນມີສະພາບການຢູ່ແຫຼມ ເກົາຫຼີ. ໃນການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ເນັ້ນໜັກວ່າ ຄວນຊອກຫາບັນດາມາດຕະການດ້ານການເມືອງ - ການທູດ ເພື່ອແກ້ໄຂວິກິດການໃນແຫຼມ ເກົາຫຼີ. ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ: ພ້ອມແລ້ວທີ່ຈະສວມບົດບາດກໍ່ສ້າງ ໃນການແກ້ໄຂໄພນາບຂູ່ນິວເຄຼຍຂອງ ພຽງຢາງ. ສ່ວນທ່ານປະທານາທິບໍດີຄົນໃໝ່ຂອງ ສ.ເກົາຫຼີ Moon Jae-in ເນັ້ນໜັກວ່າ ຢາກດຳເນີນການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຢ່າງວ່ອງໄວ ກໍ່ຄືການເຈລະຈາ 3 ຝ່າຍ.

        ກ່ອນໜ້ານັ້ນ ໃນວັນດຽວກັນ ເມື່ອແລກປ່ຽນກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ທ່ານປະທານາທິບໍດີຄົນໃໝ່ຂອງ ສ.ເກົາຫຼີ Moon Jae-in ກໍ່ສະເໜີຊ່ວຍລະງັບໂຄງການນິວເຄຼຍຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ