ລັດ​ເຊຍ ຫວັງ​ວ່າ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ​ກັບ ອາ​ເມ​ລິ​ກາ ໂດຍ​ໄວ

(VOVWORLD) -ລັດເຊຍ ຫວັງວ່າ ຈະດຳເນີນການເຈລະຈາຮອບທຳອິດກັບ ອາເມລິກາ ກ່ຽວກັບສະຖຽນລະພາບຍຸດທະສາດໃນເດືອນນີ້.
ລັດ​ເຊຍ ຫວັງ​ວ່າ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ​ກັບ ອາ​ເມ​ລິ​ກາ ໂດຍ​ໄວ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: AFP/TTXVN)

ລັດເຊຍ ຫວັງວ່າ ຈະດຳເນີນການເຈລະຈາຮອບທຳອິດກັບ ອາເມລິກາ ກ່ຽວກັບສະຖຽນລະພາບຍຸດທະສາດໃນເດືອນນີ້. ນີ້ແມ່ນຖະແຫຼງການຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ເມື່ອຕອບສຳພາດຕໍ່ນັກຂ່າວວາລະສານ International Affairs ສະບັບອອກວັນທີ 06 ກໍລະກົດ.

        ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Ryabkov ແລ້ວ, ມົດສະກູ ກໍມີຄວາມຫວັງວ່າ ການດຳເນີນການເຈລະຈາຄັ້ງນີ້ ຈະກາຍເປັນຮູບແບບການເຈລະຈາໜຶ່ງລະຫວ່າງສອງຝ່າຍໃນອະນາຄົດ. ທ່ານ ເນັ້ນໜັກວ່າ ການເຈລະຈາທີ່ຈະດຳເນີນນີ້ ຄວນແມ່ນການເຈລະຈາລະຫວ່າງອົງການ ແລະ ຖືກດຳເນີນໃນຫຼາຍລະດັບທີ່ແຕກຕ່າງກັນ.  ໄປຄຽງຄູ່ກັນນັ້ນ, ໃນກອງປະຊຸມນັດສາມັນລະຫວ່າງບັນດາຄະນະ, ສອງຝ່າຍຄວນສ້າງຕັ້ງກຸ່ມນັກວິຊາການມີໜ້າທີ່ຈັດແບ່ງບັນຫາບັນຫາເຊິ່ງສອງຝ່າຍປຶກສາຫາລືໃນກອງປະຊຸມນັດສາມັນຄັ້ງຕ່າງໆ ແລະ ບັນດາບັນຫາເຊິ່ງປະທານາທິບໍດີ ສອງປະເທດມອດໝາຍໃຫ້. ທ່ານ ກໍຫວັງວ່າ ຝ່າຍ ອາເມລິກາ ຈະເຫັນດີດຳເນີນການເຈລະຈາຕາມຮູບແບບນີ້.


ຕອບກັບ

ຂ່າວ/ບົດ​ອື່ນ