ລັດເຊຍ, ອາເມລິກາ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີບັນດາການກະທຳທຳອິດ ແນໃສ່ນຳປະເທດນີ້ກັບຄືນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ລັດເຊຍ, ອາເມລິກາ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ພາບ: AFP/TTXVN)

  ວັນທີ 13 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໄດ້ມີການໂອ້ລົມທາງໂທລະສັບ ແລະ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ກັບທູດພິເສດກ່ຽວກັບດິນຟ້າອາກາດຂອງ ອາເມລິກາ ທ່ານ John Kerry, ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮ່ວມມືໃນຂອບເຂດສະພາຂົ້ວໂລກເໜືອ.

ຕາມການປະກາດແລ້ວ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ໂອ້ລົມກັບທ່ານ John Kerry ວ່າ ລັດເຊຍ ຊົມເຊີຍການຕັດສິນໃຈຂອງອຳນາດການປົກຄອງໃໝ່ຂອງ ອາເມລິກາ ກ່ຽວກັບເລື່ອງເຂົ້າຮ່ວມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄືນໃໝ່.

          ກ່ອນໜ້ານັ້ນ, ວັນທີ 27 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີບັນດາການກະທຳທຳອິດ ແນໃສ່ນຳປະເທດນີ້ກັບຄືນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານຢັ້ງຢືນວ່າ ວໍຊີງຕັນ ຈະນຳບົດບາດແຖວໜ້າໃນໂລກກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ