ລັດເຊຍ ແລະ ຈີນ ມີຄວາມສະເໝີຕົ້ນສະເໝີປາຍໃນທັດສະນະກ່ຽວກັບດ້ານການຄ້າສາກົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ຍົກອອກຖະແຫຼງການດັ່ງກ່າວໃນການປະຊຸມຂັ້ນນາຍົກລັດຖະມົນຕີ ລັດເຊຍ - ຈີນ ຄັ້ງທີ 23 ທີ່ຈັດຕັ້ງຢູ່ນະຄອນຫຼວງ ປັກກິ່ງ ເມື່ອວັນທີ 7 ພະຈິກ.
ລັດເຊຍ ແລະ ຈີນ ມີຄວາມສະເໝີຕົ້ນສະເໝີປາຍໃນທັດສະນະກ່ຽວກັບດ້ານການຄ້າສາກົນ - ảnh 1ນາຍົກລັດຖະມົນຕີ ຈີນ ແລະ ລັດເຊຍ ທີ່ການຖະແຫຼງຂ່າວ

ລັດເຊຍ ແລະ ຈີນ ມີຄວາມສະເໝີຕົ້ນສະເໝີປາຍ ກ່ຽວກັບວິທີການສຳຜັດໃນການແກ້ໄຂບັນດາບັນຫາການຄ້າສາກົນ. ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ຍົກອອກຖະແຫຼງການດັ່ງກ່າວໃນການປະຊຸມຂັ້ນນາຍົກລັດຖະມົນຕີ ລັດເຊຍ - ຈີນ ຄັ້ງທີ 23 ທີ່ຈັດຕັ້ງຢູ່ນະຄອນຫຼວງ ປັກກິ່ງ ເມື່ອວັນທີ 7 ພະຈິກ. ຕາມທ່ານນາຍົກລັດຖະມົນຕີ Medvedev ແລ້ວ, ລັດເຊຍ ແລະ ຈີນ ລ້ວນແຕ່ເຫັນດີໂດຍຖືວ່າ ທຸກໆບາດກ້າວເດີນໃນຂົງເຂດການຄ້າສາກົນຄວນແນໃສ່ຊຸກຍູ້ການຄ້າທົ່ວໂລກ, ແລກປ່ຽນເງິນລົງທຶນທົ່ວໂລກ.

        ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໃຫ້ຮູ້ວ່າ: ຈີນ ແລະ ລັດເຊຍ ລ້ວນແຕ່ເຫັນດີໂດຍຖືວ່າ ໂລກາພິວັດພື້ນຖານເສດຖະກິດແມ່ນທ່າອ່ຽງບໍ່ສາມາດຕ່າວປີ້ນໄດ້. ດັ່ງນັ້ນ, ນະໂຍບາຍອາລັກຂາການຄ້າ ແລະ ການສຳຜັດຝ່າຍດຽວຈະກໍ່ຄວາມເສຍຫາຍເຖິງລະບົບການຄ້າສອງຝ່າຍ, ພິເສດແມ່ນອົງການການຄ້າໂລກ (WTO), ກໍ່ຄືກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງຈີນ, ລັດເຊຍ ແລະ ຫຼາຍປະເທດອື່ນໃນໂລກ. ຕາມທ່ານແລ້ວ, ຈີນ ແລະ ລັດເຊຍ ກຽມພ້ອມຊຸກຍູ້ການຫັນການຄ້າ, ການລົງທຶນ ແລະ ການໜູນຊ່ວຍການເຊື່ອມໂຍງເສດຖະກິດພາກພື້ນເປັນງ່າຍດາຍ.

        ກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ຖືວ່າ ການຄ້າສອງຝ່າຍພວມພັດທະນາຕັ້ງໜ້າ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ໃຫ້ຮູ້ວ່າ ຈີນ ກຽມພ້ອມພັດທະນາການພົວພັນຮ່ວມມື - ລົງທຶນກັບລັດເຊຍ ໃນຂົງເຂດນ້ຳມັນອາຍແກັດ.

ຕອບກັບ

ຂ່າວ/ບົດ​ອື່ນ