ລັດເຊຍ ແລະ ອີຢິບ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ລັດເຊຍ ແລະ ອີຢິບ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin
ແລະຄູ່​ຕຳ​ແໜ່​ງອີ​ຢິບ Abdel Fattah el Sisi
(ພາບ: Ahram.org.eg)


(vovworld) –  ລັດ​ເຊຍ ​ແລະ ອີ​ຢິບ ​ໄດ້​ຕົກລົງ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ, ​ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ພາຍຫຼັງ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງອີ​ຢິບ Abdel Fattah el Sisi ​ໃນ​ວັນ​ທີ 12/08, ຢູ່​ນະຄ​ອນ Sochi ຂອງ​ລັດ​ເຊຍ. ທ່ານ​ປະທານາທິບໍດີ Putin ​ໃຫ້​ຮູ້​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ ​ແລະ ອີ​ຢິບ ​ໃນ​ຂົງ​ເຂດ​ດັ່ງກ່າວ​ພວມ​ພັດທະນາຢ່າງ​ແຮງ. ກໍ່​ໃນ​ການ​ເຈລະຈາ, ປະທານາທິບໍດີ 2 ທ່ານ ​ໄດ້​ເຫັນ​ດີ​ຄົ້ນຄວ້າຄວາມ​ສາມາດ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ. 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອີ​ຢິບ ​ກັບ ພັນທະ​ພາບ​ພາສີ (​ເຊິ່ງລວມມີ​ລັດ​ເຊຍ, ​ເບ​ລາຣຸດ, ກາຣັກສຖານ), ໜຶ່​ງໃນບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ອື່ນ​ລະຫວ່າງ 2 ປະ​ເທດ​ແມ່ນ​ການທ່ອງທ່ຽວ ​ແລະ ກະສິກຳ.

ຂ່າວ/ບົດ​ອື່ນ