ລັດເຊຍ,NATOບໍ່ທັນຮັດແຄບຄວາມບໍ່ລົງລອຍກັນ

ລັດເຊຍ,NATOບໍ່ທັນຮັດແຄບຄວາມບໍ່ລົງລອຍກັນ - ảnh 1
ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ
ພາບ:vnexpress.net

(vovworld)-​ວັນ​ທີ 7/2, ຢູ່ນອກກອງ​ປະ​ຊຸມ​ປ້ອງ​ກັນ​ຄວາມ​ສະ​ຫງົບ Munich(ເຢຍ​ລະ​ມັນ), ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ພົບ​ປະ​ກັບ​ທ່ານ Jens Stoltenberg, ເລ​ຂາ​ທິ​ການ​ໃຫຍ່ NATO. ທີ່​ການ​ພົບ​ປະ, ທ່ານ Stoltenberg ຢືນ​ຢັນ​ວ່າ: ຄຳ​ຕັດ​ສິນ​ເປີດກວ້າງ​ຄວາມ​ສາ​ມາດ​ການ​ທະ​ຫານ​ຂອງ NATO ຢູ່​ເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ ແມ່ນ​ລັກ​ສະ​ນະ​ປ້ອງ​ກັນ​ເທົ່າ​ນັ້ນ. ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຖື​ວ່າ: ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ການ​ທະ​ຫານ​ຂອງ NATO ກໍ​ຄື​ການ​ມີ​ຫນ້າ​ຂອງ​ກຳ​ລັງ​ທະ​ຫານ ແລະ ພື້ນ​ຖາ​ນ​ໂຄງ​ລ່າງ​ຂອງ NATO ຢູ່​ທາງ​ທິດຕາ​ເວັນ​ອອກ ລັດ​ເຊຍ ພວມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​​ລະ​ຫວ່າງ​ສອງ​ຝ່າຍເພີ່ມ​ຂຶ້ນ. ກ່ຽວ​ກັບ​ວິ​ກິດ​ການ ຢູ​ແກຼນ, ລັດ​ເຊຍ ແລະ NATO ບໍ່​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ, ແຕ່​ເຫັນ​ດີ​ຈະ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ປຶກ​ສາ​ຫາ​ລື.

 

 

ຂ່າວ/ບົດ​ອື່ນ