ລັດເຊຍກ່າວປະນາມບັນດາການແຫ່ຂະບວນປະທ້ວງຢ່າງຜິດກົດໝາຍຢູ່ມົດສະກູ
ໂຄສົກປະທານາທິບໍດີລັດເຊຍ Vladimir Putin
(ພາບປະກອບ: Reuters)
(vovworld) - ວັນທີ 27/03, ໂຄສົກປະທານາທິບໍດີລັດເຊຍ Vladimir Putin, ທ່ານ Dimitry Peskov ຖະແຫຼງວ່າ: ລັດເຊຍ ບໍ່ຈຳເປັນຕ້ອງຕອບສະໜອງຄຳຮຽກຮ້ອງຂອງສະຫະພາບເອີລົບ ແລະ ກະຊວງການຕ່າງປະເທດອາເມລິກາ ຮຽກຮ້ອງໃຫ້ປ່ອຍຕົວບັນດາຜູ້ຖືກຈັບຕົວໃນບັນດາການແຫ່ຂະບວນປະທ້ວງຢ່າງຜິດກົດໝາຍຢູ່ມົດສະກູ ໃນວັນທີ 26/03 ຜ່າມມາ. ທ່ານ Peskov ເນັ້ນໜັກວ່າ, ບັນດາການແຫ່ຂະບວນປະທ້ວງຢູ່ມົດສະກູ ໂດຍຝ່າຍຄ້ານຈັດຕັ້ງແມ່ນບໍ່ໄດ້ຮັບອະນຸຍາດ ແລະ ມີລັກສະນະເກາະຜິດ. ບັນດາສາຍເຫດເພື່ອດຳເນີນການແຫ່ຂະບວນແມ່ນເສກສັນປັ້ນແຕ່ງ.
ກ່ອນໜ້ານັ້ນ, ຜູ້ເດີນປະທ້ວງນັບຮ້ອຍຄົນຖືກຈັບຕົວໃນບັນດາການແຫ່ຂະບວນປະທ້ວງທີ່ເກີດຂຶ້ນຢູ່ນະຄອນຫຼວງມົດສະກູ. ການແຫ່ຂະບວນປະທ້ວງດັ່ງກ່າວໂດຍນັກການເມືອງຝ່າຍຄ້ານ Alexei Navalny ຈັດຕັ້ງ. ເຈົ້າໜ້າທີ່ລັດເຊຍ ຖືວ່າ, ຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ຮັບເງິນຄ່າຈ້າງເພື່ອເຂົ້າຮ່ວມການແຫ່ຂະບວນປະທ້ວງດັ່ງກ່າວ. ທ່ານ Navalny ຖືກຈັບຕົວ ແລະ ຖືກນຳຂຶ້ນສານດຳເນີນຄະດີໃນວັນທີ 27/03.