ລັດເຊຍຄັດຄ້ານ ອາເມລິກາ ຈັດ ກູບາ ເຂົ້າໃນ ບັນຊີລາຍຊື່ບັນດາປະເທດອຸປະຖຳການກໍ່ການຮ້າຍ ຄືນໃໝ່
(VOVWORLD) - ລັດເຊຍໄດ້ຕຳໜິຕິຕຽນຂໍ້ຕົກລົງຂອງອາເມລິກາ ວ່າດ້ວຍການຈັດ ກູບາ ເຂົ້າໃນ ບັນຊີລາຍຊື່ບັນດາປະເທດອຸປະຖຳການກໍ່ການຮ້າຍ ຄືນໃໝ່ ໂດຍຖືວ່າ ຂໍ້ກ່າວຫານີ້ແມ່ນ “ຄຳຕົວຍົວະຫຼອກລວງ”.
ທ່ານ ນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN) |
ວັນທີ 15 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳອາທິດ, ທ່ານ ນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງຂອງອາເມລິກາແມ່ນ “ການກະທຳທີ່ບໍ່ມີລັກສະນະສ້າງສັນ”, ສະແດງໃຫ້ເຫັນການຂາດຄວາມສາມາດຂອງ ວໍຊິງຕັນ ໃນການເດີນຕາມນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ. ທ່ານນາງ Maria Zakharova ຕັກເຕືອນວ່າ ເມື່ອຈັດ ກູບາ ເຂົ້າໃນບັນຊີລາຍຊື່ດຳ, ອາເມລິກາຈະສູນເສຍອິດທິພົນຊື່ສຽງຂອງຕົນຕໍ່ປະຊາຄົມສາກົນ ທີ່ມີຄວາມລຶ້ງເຄີຍກັບຮູບພາບບັນດາແພດໝໍກູບາ ທີ່ພວມເຮັດຈົນສຸດຄວາມສາມາດຂອງຕົນຢູ່ຫຼາຍປະເທດໃນໂລກ ໃນທ່າມກາງໂລກລະບາດໂຄວິດ - 19.