ພາບປະກອບ
ຈາກ internet
|
(vovworld) - ເມື່ອວິຈານກ່ຽວກັບຄຳປາໄສຂອງສະມາຊິກສະພາສູງ John Mc Cain ແລະ ທັດສະນະຂອງນັກການເມືອງອາເມລິກາຈຳນວນຫນຶ່ງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Gennady Gatilov ຖະແຫລງທີ່ການປະຊຸມຂ່າວ ຊຶ່ງຈັດຂຶ້ນຢູ່ ມົດສະກູໃນວັນທີ 22/2 ວ່າ ບັນດາຄຳຮຽກຮອ້ງຈາກຝ່າຍ ອາເມລິກາ ກ່ຽວກັບການສ້າງຕັ້ງເຂດຫ້າມບິນ ຢູ່ ຊີຣີ ແມ່ນການຍຸຍົງໂດຍກົງໃຫ້ແກ່ແຜນການໃຊ້ຄວາມຮຸນແຮງ. ລັດເຊຍ ເຄີຍໄດ້ຍິນບັນດາແຜນການໃຊ້ກຳລັງແຮງເປັນປະຈຳແຕ່ພັດຈະບໍ່ເກີດຂຶ້ນ, ແຕ່ລັດເຊຍ ຍັງມີສະຕິລະວັງຕົວຕໍ່ບັນດາແຜນການທີ່ພວມຮຽບຮຽງນີ້.
ນັກຂ່າວ VOV ປະຈຳລັດເຊຍ