ລັດເຊຍປະກາດກົດໝາຍໂຕ້ຕອບບັນດາມາດຕະການລົງໂທດຈາກຕ່າງປະເທດ

(VOVWORLD) -ວັນທີ 04 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຊັນປະກາດໃຊ້ເປັນກົດໝາຍກ່ຽວກັບບັນດາມາດຕະການໂຕ້ຕອບນະໂຍບາຍຕ້ານລັດເຊຍ, ເຊິ່ງແມ່ນບາດກ້າວເພື່ອແນໃສ່ໂຕ້ຕອບເລື່ອງອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດເພີ່ມເຕີ່ມແນໃສ່ປະເທດນີ້ເມື່ອເດືອນ ເມສາ ຜ່ານມາ.

ລັດເຊຍປະກາດກົດໝາຍໂຕ້ຕອບບັນດາມາດຕະການລົງໂທດຈາກຕ່າງປະເທດ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: THX/TTXVN)

ຕາມກົດໝາຍສະບັບໃໝ່, ທ່ານປະທານາທິບໍດີລັດເຊຍ ມີສິດຢຸດຕິການພົວພັນທາງການທູດກັບບັນດາປະເທດ “ບໍ່ເປັນມິດ” ກັບມົດສະກູ, ກໍ່ຄືຫ້າມບັນດາການເຄື່ອນໄຫວແລກປ່ຽນສິນຄ້າກັບບັນດາປະເທດນີ້. ນອກນັ້ນ, ລັດເຊຍ ກໍຈະຈຳກັດການຮ່ວມມືໃນຂົງເຂດປະລະມານູ ແລະ ຜະລິດເຮືອບິນ, ເຄື່ອງຈັກລູກສອນໄຟກັບອາເມລິກາ ແລະ ບັນດາອົງການຈັດຕັ້ງ ທີ່ນອນໃນສິດຕັດສິນຂອງອາເມລິກາ, ຫ້າມອາເມລິກາ ເຂົ້າຮ່ວມການເປັນຫຸ້ນສ່ວນກັບບັນດາບໍລິສັດຂອງລັດເຊຍ, ພ້ອມທັງຈຳກັດພົນລະເມືອງອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ, ໃນນັ້ນມີທັງບັນດານັກຊ່ຽວຊານມີລະດັບຄວາມຮູ້ສູງ, ເຮັດວຽກຢູ່ລັດເຊຍ.

      ກ່ອນໜ້ານັ້ນ, ບັນດາສະມາຊິກສະພາຕ່ຳລັດເຊຍ ໄດ້ສະເໜີຮ່າງກົດໝາຍດັ່ງກ່າວ ໃນວັນທີ 13 ເມສາ ແນໃສ່ໂຕ້ຕອບນະໂຍບາຍຕ້ານລັດເຊຍ ຂອງອາເມລິກາ ແລະ ບັນດາປະເທດເດີນຕາມອາເມລິກາ ທີ່ຈັດວາງມາດຕະການລົງໂທດຕ້ານລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ