(vovworld) – ວັນທີ 12/11, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະຕິເສດຂໍ້ມູນຂ່າວຈາກອົງການ ນາໂຕ, ທີ່ເວົ້າວ່າບັນດາຂະບວນລົດຂົນສົ່ງການທະຫານຂອງລັດເຊຍ ໄດ້ແຊກຊຶມເຂົ້າເຂດດິນແດນ ຢູແກຼນ. ໂຄສົກກະຊວງປ້ອງກັນປະເທດ ລັດເຊຍ ທ່ານ Igor Konashenkov ຊີ້ແຈ້ງວ່າຂໍ້ມູນຂ່າວດັ່ງກ່າວແມ່ນບໍ່ມີຫຼັກຖານ. ຕາມຖະແຫຼງການຂອງກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ທຸກໆຂໍ້ມູນຂ່າວກ່ຽວກັບເລື່ອງກອງທັບ ລັດເຊຍ ມີໜ້າຢູ່ຢູແກຼນ ເກືອບຄືວ່າບໍ່ມີມູນຄວາມຈິງ. ດັ່ງນັ້ນ, ຂໍ້ມູນຂ່າວດັ່ງກ່າວອາດຈະຮັບຖືວ່າແມ່ນເພື່ອແນໃສ່ຕ້ານຄືນລັດເຊຍ.