ລັດເຊຍປາດຖະໜາວ່າອາເມລິກາຄວນມີບັນດາການກະທຳລະອຽດເພື່ອປັບປຸງການພົວພັນ 2 ຝ່າຍ

(VOVWORLD) -ວັນທີ 21 ສິງຫາ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ລັດເຊຍ ຊົມເຊີຍຕໍ່ຄຳຖະແຫຼງຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການຮ່ວມມືກັບລັດເຊຍ, ພ້ອມທັງຮຽກຮ້ອງໃຫ້ວໍຊິງຕັນ ມີບັນດາການກະທຳລະອຽດເພື່ອປັບປຸງການພົວພັນ 2 ຝ່າຍ.

ລັດເຊຍປາດຖະໜາວ່າອາເມລິກາຄວນມີບັນດາການກະທຳລະອຽດເພື່ອປັບປຸງການພົວພັນ 2 ຝ່າຍ - ảnh 1ໂຄສົກວັງ Kremlin ທ່ານ Dmitry Peskov

(ພາບປະກອບ: AFP/TTXVN)

ກ່ອນໜ້ານັ້ນ, ໃນວັນທີ 20 ສິງຫາ, ທ່ານປະທານາທິບໍດີອາເມລິກາ D.Trump ຖະແຫຼງວ່າ ພ້ອມແລ້ວທີ່ຈະຍົກເລີກຄຳສັ່ງລົງໂທດສຳລັບມົດສະກູ ຖ້າຫາກລັດເຊຍ ຮ່ວມມືກັບອາເມລິກາ ໃນບັນຫາຊີຣີ ແລະ ຢູແກຼນ.

        ກ່ຽວກັບບັນຫາຢູແກຼນ, ຕາມທ່ານ Peskov ແລ້ວ, ອຳນາດການປົກຄອງ Kiev ບໍ່ພ້ອມແລ້ວທີ່ຈະໄກເກ່ຍ, ສະນັ້ນ ມົດສະກູ “ດ້ວຍວິທີໃດໜຶ່ງຕ້ອງເຮັດແຈ້ງບັນຫາຢູ່ທີ່ນີ້ແມ່ນຫຍັງ, ສິ່ງໃດທີ່ໄດ້ຮັບຄວາມລໍຄອຍຈາກລັດເຊຍ ໃນບັນຫາຢູແກຼນ ແລະ ສາຍເຫດຍ້ອນຫຍັງຈຶ່ງບໍ່ຄວນລໍຄອຍຈາກອຳນາດການປົກຄອງ Kiev”. ກ່ຽວກັບບັນຫາຊີຣີ, ທ່ານ Peskov ເນັ້ນໜັກວ່າ, ລັດເຊຍ ໄດ້ມີບັນດາການປະກອບສ່ວນສຳຄັນໃນວິວັດທະນາການໄກເກ່ຍປອງດອງຢູ່ຊີຣີ ທີ່ບໍ່ຄືກັນກັບບໍ່ວ່າປະເທດໃດໃນໂລກ.

        ໃນຄຳກ່າວປາໄສກ່ອນນັ້ນ, ໂຄສົກວັງ Kremlin ກໍ່ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຫວັງວ່າຈະນຳການພົວພັນກັບອາເມລິກາ ຫຼຸດພົ້ນອອກຈາກໄລຍະວິກິດການທີ່ຮ້າຍແຮງຄືໃນປະຈຸບັນ. ທ່ານ Peskov ກໍ່ຖືວ່າ, ຄວາມປາດຖະໜາດັ່ງກ່າວແມ່ນບໍ່ສາມາດປະຕິບັດໄດ້ ຖ້າຫາກບໍ່ໄດ້ຮັບສັນຍານເຈດຕະນາດີຈາກຝ່າຍອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ