ລັດເຊຍຢືນຢັນຄືນໃຫມ່ຈະສະຫນັບສະຫນູນອະທິປະໄຕ,ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ
ທ່ານ Seigei Lavrov, ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ລັດເຊຍ
ພາບ: vnexpress.net
|
(vovworl)- ວັນທີ 31/8, ຢູ່ ມົດສະກູ, ທ່ານ Seigei Lavrov, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ໄດ້ມີການພົບປະກັບທ່ານ Hassan Abdel Azim ຫົວຫນ້າຄະນະກຳມະການປະສານງານແຫ່ງຊາດເພື່ອການປ່ຽນແປງປະຊາທິປະໄຕຢູ່ ຊີຣີ. ນະທີ່ນີ້, ທ່ານ ລັດຖະມົນຕີການຕ່າງປະເທດລັດເຊຍ Seigei Lavrov ໄດ້ຢືນຢັນຄືນໃຫມ່ຫລັກໝັ້ນຂອງລັດເຊຍ ແມ່ນສະຫນັບສະຫນູນອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ. ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາຜູ້ຕາງຫນ້າກຳລັງຝ່າຍຄ້ານ ຊີຣີ ເຂົ້າຮ່ວມການພົບປະໄດ້ຕີລາຄາສູງຄວາມມານະພະຍາຍາມດ້ານການເມືອງ ການທູດ ຂອງລັດເຊຍ ເພື່ອແນໃສ່ຫນູນຊ່ວຍແກ້ໄຂການປະທະກັນຢູ່ຊີຣີ ຜ່ານການເຈລະຈາໂດຍສັນຕິວິທີ ແລະ ບໍ່ມີການແຊກແຊງຈາກພາຍນອກ ບົນພື້ນຖານຖະແຫລງການຮ່ວມ ເຊີແນວ ເມືື່ອວັນທີ 30/6/2012.