ລັດເຊຍສ້ອມຮົບຍິງລູກປືນແທ້ຢູ່ຖານທີ່ໝັ້ນການທະຫານໃຫຍ່ທີ່ສຸດຢູ່ຕ່າງປະເທດ

ລັດເຊຍສ້ອມຮົບຍິງລູກປືນແທ້ຢູ່ຖານທີ່ໝັ້ນການທະຫານໃຫຍ່ທີ່ສຸດຢູ່ຕ່າງປະເທດ - ảnh 1
(ພາບ​ປະ​ກອບ​ຈາກ businessinsider.com.au)

(vovworld) – ​ວັນ​ທີ 6/10, ທະ​ຫານ​ກ່​ວາ 1.000 ຄົນ​ທີ່​ມາ​ຈາກ​ຖາ​ນ​ທີ່​ໝັ້ນ​ການ​ທະ​ຫານເລກ​ທີ 201 ຂອງ​ລັດ​ເຊຍທີ່​ຕັ້ງ​ທັບ​ຢູ່ ຕາ​ຢີ​ກິດ​ສະ​ຖານ, ເລີ່ມ​ຕົ້ນ​ການ​ສ້ອມ​ຮົບ​ຍຸດ​ທະ​ວິ​ທີ ດ້ວຍ​ບັນ​ດາ​ເນື້ອ​ໃນ​ຍິງ​ລູກ​ປືນ​ແທ້. ໂຄ​ສົກ​ຂອງ​ເຂດ​ທະ​ຫານ​ພາກ​ກາງ, ​ພັນ​ເອກ Yaroslav Roshchupkin ຮັບ​ຮູ້​ວ່າ: ປືນ​ຈັກ, ລົດ​ຖັງ, ບັນ​ດາ​ຫົວ​ໜ່ວຍ​ສອບ​ແນມ, ທະ​ຫານ​ປືນ​ໃຫຍ່ ແລະ ກ່​ວາ 300 ຫົວ​ໜ່ວຍ​ອາ​ວຸດ​ໜັກ ໄດ້​ເຂົ້າ​ຮ່ວມ​ການ​ສ້ອມ​ຮົບ​ນີ້.

        ດ້ວຍທະ​ຫານ ລັດ​ເຊຍ​ 6.000 ຄົນ​ທີ່​ຕັ້ງ​ທັບ​ຢູ່​ບັນ​ດາ​ເຂດ​ຊານ​ນະ​ຄອນ​ຂອງ ຕາ​ກີ​ກິດ​ສະ​ຖານ​, ຖານ​ທີ່​ໝັ້ນ​ເລກ​ທີ 201 ແມ່ນ​ຮາກ​ຖານ​ການ​ທະ​ຫານ​ທາງ​ບົກ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ ລັດ​ເຊຍ​ ຢູ່​ຕ່າງ​ປະ​ເທດ.

        ຕາມ​ສົນ​ທິ​ສັນ​ຍາ​​ທີ່ເຊັນ​ເມືອ​ເດືອນ 10/2012, ຖ​ານ​ທີ່​ໝັ້ນ​ການ​ທະ​ຫານ​ເລກ​ທີ 201 ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ ຕາ​ຢີ​ກິດ​ສະ​ຖານ ຢ່າງ​ໜ້ອຍ​ສຸດ​ແມ່ນ​ຮອດ​ປີ  2042.

 


ຂ່າວ/ບົດ​ອື່ນ