ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Sergei Lavrov
(ພາບ: Wochit)
(vovworld) – ໃນການກະທຳທີ່ຮັບການຮັບຮູ້ ວ່າເພື່ອແນໃສ່ເພີ່ມທະວີປະສິດທິຜົນການບຸກໂຈມຕີທາງອາກາດໃສ່ບັນດາມືປືນຂຶ້ນກັບອົງການ “ລັດ ອິດສລາມ” (IS) ອ້າງຊື່ເອງ, ລັດເຊຍ ໄດ້ສະເໜີກັບ ອາເມລິກາ ກ່ຽວກັບຄວາມສາມາດສ້າງຕັ້ງຊ່ອງຕິດຕໍ່ດ້ານການທະຫານໂດຍກົງກ່ຽວກັບການບຸກໂຈມຕີທາງອາກາດຕ່າງໆໃນອະນາຄົດມໍ່ໆນີ້. ວັນທີ 5/10 ສື່ສານ ລັດເຊຍ ໃຫ້ຂ່າວວ່າ: ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ປະເທດນີ້ Sergei Lavrov ແຈ້ງໃຫ້ຮູ້ວ່າ: ມົດສະກູ ຍົກອອກຂໍ້ສະເໜີດັ່ງກ່າວກັບ ວໍຊິງຕັນ. ທ່ານ Sergei Lavrov ລັດເຊຍ ກໍຢືນຢັນວ່າ: ປະເທດນີ້ ພ້ອມແລ້ວທີ່ຈະສ້າງບັນດາສາຍຕິດຕໍ່ກັບກຸ່ມກອງກັບເສລີ ຊີຣີ (FSA) ຝ່າຍຄ້ານຢູ່ ຊີຣີ. ນອກນັ້ນ ກໍໃຫ້ຮູ້ວ່າ: ປະຈຸບັນ Iraq ຍັງບໍ່ທັນສະເໜີດຳເນີນບັນດາການບຸກໂຈມຕີທາງອາກາດຕ້ານ IS ໃນເຂດດິນແດນປະເທດນີ້ຢ່າງເປັນທາງການ.
ກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຕ່າງໆຢູ່ ຊີຣີ, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ໃນ 24 ຊົ່ວໂມງຜ່ານມາ, ບັນດາເຮືອບິນທະຫານປະເທດນີ້ໄດ້ດຳເນີນ ການບຸກໂຈມຕີທາງອາກາດໃສ່ສະຖານທີ່ 9 ແຫ່ງຂອງ IS.