ລັດເຊຍສະເໜີຮ່ວມມືກັບອາເມລິກາໜູນຊ່ວຍຊາວອົບພະຍົບຊີຣີ
(VOVWORLD) - ວັນທີ 04 ສິງຫາ, ກະຊວງປ້ອງກັນປະເທດລັດເຊຍ ໄດ້ຢັ້ງຢືນວ່າ ປະເທດນີ້ສະເໜີ ຮ່ວມມືກັບອາເມລິກາ ໃນບັນຫາຊາວອົບພະຍົບຊີຣີ.
(ພາບປະກອບ: Reuters)
|
ຂໍ້ມູນຂ່າວດັ່ງກ່າວໄດ້ເວົ້າເຖິງໃນຈົດໝາຍສະບັບໜຶ່ງໂດຍທ່ານຫົວໜ້າເສນາທິການໃຫຍ່ກອງທັບລັດເຊຍ Valery Gerasimov ຝາກເຖິງທ່ານປະທານສະພາເສນາທິການໃຫຍ່ທະຫານປະສົມອາເມລິກາ Joseph Dunford ເມື່ອເດືອນ ກໍລະກົດຜ່ານມາ, ຜ່ານຊ່ອງຕິດຕໍ່ລັບ. ໃນຈົດໝາຍ, ທ່ານ Valery Gerasimov ໄດ້ແຈ້ງໃຫ້ຝ່າຍອາເມລິກາ ຊາບ ກ່ຽວກັບບັນດາມາດຕະການຂອງລັດເຊຍ ເພື່ອແນໃສ່ຮັບປະກັນສະຖຽນລະພາບຢູ່ຊີຣີ ແລະ ຢືນຢັນວ່າ, ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບຊີຣີ ກ່ຽວກັບບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຊາວອົບພະຍົບພວມຖືກຕົກຂ້າງຢູ່ Rukban, ກໍຄືສ້າງເງື່ອນໄຂສະດວກເພື່ອໃຫ້ເຂົາເຈົ້າສາມາດກັບບ້ານ.