ລັດເຊຍ,ສ.ເກົາຫຼີເຫັນດີຈັດການເຈລະຈາຄັ້ງໃໝ່ລະຫວ່າງອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ໄດ້ກ້າວເຂົ້າສູ່ໄລຍະສຳຄັນ ແລະ ອາເມລິກາ ພ້ອມກັບສປປ.ເກົາຫຼີ ຄວນຈັດການເຈລະຈາຄັ້ງໃໝ່ຢ່າງເປັນທາງການ ເພື່ອແນໃສ່ບັນລຸໄດ້ຄວາມຄືນໜ້າດີກວ່າອີກ.

ລັດເຊຍ,ສ.ເກົາຫຼີເຫັນດີຈັດການເຈລະຈາຄັ້ງໃໝ່ລະຫວ່າງອາເມລິກາ-ສປປ.ເກົາຫຼີ - ảnh 1 ທ່ານປະທາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin

(ພາບ: Yonhap/ TTXVN)

ວັນທີ 29 ມິຖຸນາ, ທ່ານປະທາທິບໍດີສ.ເກົາຫຼີ Moon Jae in ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin ໄດ້ເຫັນດີນຳກັນວ່າ, ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ໄດ້ກ້າວເຂົ້າສູ່ໄລຍະສຳຄັນ ແລະ ອາເມລິກາ ພ້ອມກັບສປປ.ເກົາຫຼີ ຄວນຈັດການເຈລະຈາຄັ້ງໃໝ່ຢ່າງເປັນທາງການ ເພື່ອແນໃສ່ບັນລຸໄດ້ຄວາມຄືນໜ້າດີກວ່າອີກ. ຕາມແຈ້ງການຂອງຫ້ອງວ່າການປະທານາທິບໍດີສ.ເກົາຫຼີ ແລ້ວ, ຢູ່ນອກກອງປະຊຸມສຸດຍອດ G20, ການນຳ 2 ທ່ານໄດ້ “ແບ່ງປັນບັນດາການຕີລາຄາກ່ຽວກັບສະພາບຄວາມໝັ້ນຄົງຫວ່າງມໍ່ໆມານີ້ໃນແຫຼມເກົາຫຼີ”. ການນຳ 2 ຝ່າຍໄດ້ເຫັນດີນຳກັນວ່າ ນີ້ແມ່ນ “ຈຸດເວລາສຳຄັນທີ່ສຸດເພື່ອບັນລຸໄດ້ຄວາມຄືບໜ້າທີ່ໝັ້ນຄົງ” ໃນວິວັດທະນາການສັນຕິພາບ ແລະ ຄວນມີ “ບັນດາຄວາມຄືບໜ້າຫຼາຍພໍສົມຄວນ” ຜ່ານການເຊື່ອມຕໍ່ການເຈລະຈາຄືນໃໝ່ລະຫວ່າງວໍຊິງຕັນ ແລະ ພຽງຢາງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ