ລັດເຊຍອາດຈະສະໜັບສະໜູນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຊີຣີ
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: ອີນເຕີເນັດ)
(vovworld) - ວັນທີ 15/2, ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ຖະແຫຼງວ່າ: ລັດເຊຍອາດຈະປະຕິບັດທຸກໆວິທີທາງເພື່ອຢຸດຕິການໃຊ້ຄວາມຮຸນແຮງຢູ່ຊີຣີ, ໃນນັ້ນ, ຈະສະໜັບສະໜູນມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຊີຣີ ແຕ່ດ້ວຍບັນດາເງື່ອນໄຂລະອຽດ. ລັດຖະມົນຕີການຕ່າງປະເທດ Sergei Lavrov ເນັ້ນໜັກວ່າ: ໃນມະຕິກ່ຽວກັບ ຊີຣີ, ລັດເຊຍໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດຄວນເອົາໃຈໃສ່ເຖິງເລື່ອງປະຊາຊົນຂອງປະເທດນີ້ ອາດຖືກເສຍຊີວິດ ຍ້ອນການເຄື່ອນໄຫວຂອງບັນດາກຸ່ມປະກອບອາວຸດຝ່າຍຄ້ານ. ຖ້າຫາກໃນແຜນການມີການນຳໃຊ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອ ປ່ຽນແປງລະບອບຢູ່ ຊີຣີນັ້ນແມ່ນບໍ່ເໝາະສົມ ແລະ ບໍ່ຖືກຕ້ອງຕາມກົດໝາຍສາກົນ.